ຮີໂຣ 3 ຫຼຽນຄຳ ໃນຊີເກມ 2023 ຂອງທັບນັກກີລາລາວ ໄດ້ເດີນທາງມາເຖິງແຜ່ນກິນເກີດແລ້ວ

1975

ທັບນັກກີລາລາວ 47 ຄົນ ຈາກ 4 ປະເພດກີລາ, ໃນນັ້ນ ຮີໂຣ 3 ຫຼຽນຄຳ ຈາກປະເພດກີລາ ກະຕໍ ຊິນລອນ, ກຸນ ບົກກະຕໍ ແລະ ໂວວີນາມ, ນອກນັ້ນ ກໍຍັງມີກີລາ ຈູຈິດຊູ ນຳໂດຍທ່ານ ອານຸສອນ ເຄນກິຕິສັກ ຮອງປະທານສະຫະພັນກະຕໍ້ແຫ່ງຊາດລາວ ໄດ້ເດີນທາງມາເຖິງແຜ່ນດິນເກີດ ນະຄອນຫຼວງວຽງຈັນ ສປປ ລາວ ຊຶ່ງຂະບວນທຳອິດ ເປັນທີ່ຮຽບຮ້ອຍແລ້ວ ໃນຕອນແລງມື້ນີ້ 10 ພຶດສະພາ 2023.

ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນໂດຍທ່ານ ນາງ ຂັນທະລີ ສີຣິພົງພັນ ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກີລາ, ຮອງປະທານຄະນະກຳມະການໂອແລມປິກແຫ່ງຊາດລາວ ທັງເປັນປະທານຄະນະກຳມະການພາຣາແລມປິກແຫ່ງຊາດລາວ ພ້ອມດ້ວຍຄະນະກົມ, ພະນັກງານທີ່ກ່ຽວຂ້ອງ ຕະຫຼອດຮອດມວນຊົນ ແລະ ສື່ມວນຊົນ.

ສຳລັບທັບນັກກີລາໃນເກືອບ 50 ຄົນ ຈາກ 4 ປະເພດກີລາ ໄດ້ເດີນທາງມາເຖິງ ນະຄອນຫຼວງວຽງຈັນ ປະກອບມີກະຕໍ້ຊິນລອນ ຈຳນວນ 24 ຄົນ ຜົນງານ 1 ຫຼຽນຄຳ ແລະ 5 ຫຼຽນທອງ, ໂວວີນາມ 19 ຄົນ ຜົນງານ 1 ຫຼຽນຄຳ, 1 ຫຼຽນເງິນ ແລະ 5 ຫຼຽນທອງ ແລະ ແລະ ນັກກີລາ ກຸນ ບົກກະຕໍ ທ້າວ ກອງເງິນ ອິນທິສານ ເຈົ້າຂອງຫຼຽນຄຳ ຜູ້ປະເດີມຫຼຽນໄຊທຳອິດ ເປັນຂວັນກຳລັງໃຈໃຫ້ທັບນັກກີລາລາວ. ນອກນັ້ນ ກໍຍັງມີຄະນະນຳກາຣາເຕໂດ 1 ຄົນ ແລະ ກຳມະການກາຣາເຕໂດ 2 ຄົນ ເດີນທາງມາພ້ອມກັນອີກດ້ວຍ.

ສ່ວນຜົນງານຂອງກີລາ ຊິນລອນ ສາມາດຍາດໄດ້ 1 ຫຼຽນຄຳ ຈາກປະເພດທີມຊາຍ 8 ຄົນ ປະກອບມີ ທ້າວ ພອນສະຫວັນ ພິມມະຈັກ, ທ້າວ ໂຍທິນ ສົມບັດພູທອນ, ທ້າວ ອານຸສອນ ສູນດາລາ, ທ້າວ ສຸກນິລັນ ໄຊກອງສາ, ທ້າວ ອຸ່ນຄຳ ໄຊສົງຄາມ, ທ້າວ ອາດົງ ຜູ້ມີສິນ, ທ້າວ ແອດໂລ ພອນບຸນ ແລະ ທ້າວ ປາໂມດ ອິນທິລາດວົງສີ.

ກີລາໂວວີນາມ 1 ຫຼຽນຄຳ ໄດ້ຈາກປະເພດຟ້ອນຄູ່ຊາຍ ທ້າວ ຈັນທະລັງສີ ຈັນທະສີດາ ແລະ ທ້າວ ພຸດທະສິນ ແພງພັນຍາ ແລະ ກີລາ ກຸນ ບົກກະຕໍ ໄດ້ຈາກ ທ້າວ ກອງເງິນ ອິນທິສານ ປະເພດຟ້ອນດ່ຽວຊາຍ.
ຮີໂຣ 3 ຫຼຽນຄຳ ທັບນັກກີລາລາວ ໄດ້ເດີນທາງມາເຖິງແຜ່ນກິນເກີດແລ້ວ
ຂ່າວ-ຮູບ: ສົງການ+larh Creators