ຜະລິດຕະພັນເສີມສຸຂະພາບ ກຳລັງຊ້າງສານ

37

ເປັນອີກໜຶ່ງຜະລິດຕະພັນລາວທີ່ໜ້າສົນໃຈ ດ້ວຍສັບພະຄຸນຫຼາຍຢ່າງເສີມສ້າງຮ່າງກາຍໃຫ້ແຂງແຮງ, ປ້ອງກັນ, ບັນເທົາອາການເຈັບເປັນຈາກພະຍາດບາງຊະນິດ ທັງຊ່ວຍໃຫ້ກິນແຊບ, ນອນຫຼັບ ອາຍຸຍືນຍາວ.
ຂຶ້ນຊື່ວ່າກໍາລັງຊ້າງສານ ມັນກໍບົ່ງບອກໃຫ້ຮູ້ແລ້ວວ່າບໍ່ທໍາມະດາ ກິນແລ້ວຄົງຈະມີ ຄວາມຮູ້ສຶກດີ ມີກໍາລັງວັງຊາ ປາສະຈາກພະຍາດບຽດບຽນ ເຊິ່ງທາງບໍລິສັດ ຜູ້ຜະລິດ ແລະ ຈໍາໜ່າຍໄດ້ເຮັດເປັນເມັດລູກກອນ ບັນຈຸກວດ ເພື່ອສະດວກໃນການຮັກສາ, ພົກພາ ແລະ ນໍາໄປບໍລິໂພກຕາມເໝາະສົມ.

ເພື່ອໃຫ້ຜູ້ຊື້ໄປບໍລິໂພກໄດ້ຮັບຮູ້ເຖິງຄຸນຄ່າ ແລະ ວິທີໃຊ້ງານ ທາງບໍລິສັດທີ່ຜະລິດກໍໄດ້ພິມເປັນຂໍ້ຄວາມລະບຸຫຼາຍຢ່າງ, ໜຶ່ງໃນນັ້ນກໍແມ່ນຄຸນປະໂຫຍດ ແລະ ສ່ວນປະກອບທີ່ສໍາຄັນ.ສໍາລັບຄຸນປະໂຫຍດໄດ້ລະບຸໃຫ້ຮູ້ວ່າ: ເປັນຢາອາຍຸວັດທະນະບຳລຸງຮ່າງກາຍ ບຳລຸງກຳລັງ ຊ່ວຍເສີມສ້າງໃຫ້ຮ່າງກາຍທ່ານຊາຍແຂງແຮງ.

ນອກຈາກນັ້ນ, ຍັງຊ່ວຍຫຼຸດອາການໄຂ້, ຫຼຸດອາການເປັນຫວັດ ແລະ ຊ່ວຍເຮັດໃຫ້ກິນເຂົ້າແຊບນອນຫຼັບ ໂດຍມີສ່ວນປະກອບທີ່ສຳຄັນ 4 ຢ່າງຄື:
1. ເຄືອເຂົາຮໍ
2. ເກືອ
3. ໝາກຂາມ
4. ນ້ຳເຜິ້ງ
ໂດຍຜ່ານຂະບວນການກັ່ນຕອງ ແລະ ປະສົມໄປຕາມຂັ້ນຕອນທີ່ໄດ້ທົດລອງ ແລະ ປະຕິບັດມາຢ່າງລະອຽດ ຈຶ່ງອອກມາເປັນເມັດລູກກອນຂະໜາດບັນຈຸ 300 ເມັດ/ກ່ອງ.


ຜະລິດຕະພັນເສີມສຸຂະພາບ ກໍາລັງຊ້າງສານ ເປັນອີກໜຶ່ງສິນຄ້າ ກໍຄືຜະລິດຕະພັນທີ່ຕໍ່ຍອດພູມປັນຍາຊາວບ້ານ ທີ່ປະຊາຊົນລາວໃນເມື່ອກ່ອນນໍາໃຊ້ປິ່ນປົວອາການເຈັບປ່ວຍ ຫຼື ກິນປ້ອງກັນພະຍາດ ເຊິ່ງປັດຈຸບັນໄດ້ມີການຄົ້ນ ຄວ້າຫັນມານໍາໃຊ້ຢ່າງເໝາະສົມ ເຊິ່ງຜະລິດຕະພັນນີ້ສາມາດເກັບຮັກສາໄວ້ໃນອຸນຫະພູມທໍາມະດາທົ່ວໄປໃນທີ່ຮົ່ມ, ກິນມື້ລະໜ້ອຍຈະຊ່ວຍໃຫ້ຮ່າງກາຍແຂງແຮງ.
ສາມາດຊື້ບໍລິໂພກເອງ ຫຼື ຊື້ໄວ້ໃຫ້ກັບຄົນໃກ້ຕົວທີ່ມີອາການຫວັດ ໄອ ໄຂ້ໜາວລັກສະນະຊໍ້າເຮື້ອ ຫຼື ຜູ້ທີ່ມີພູມຄຸ້ມກັນຂ້ອນຂ້າງຕໍ່າ ເຊິ່ງຜະລິດໂດຍ ບໍລິສັດ ວຽງທອງເທຣດດິ້ງ ຈໍາກັດ ມີຈຳໜ່າຍທີ່ຮ້ານຂາຍຢາພື້ນເມືອງກາກະທິງທອງ ແລະ ຮ້ານທົ່ວໄປ.