ອະສັງຫາລິມະຊັບໃນ ເຢຍລະມັນ ປະເຊີນພາວະອ່ອນແອ

32

ສໍານັກຂ່າວອິນໂຟເຄວສ໌ ລາຍງານວ່າ: ສຳນັກງານຄຸ້ມຄອງທາງການເງິນຂອງລັດຖະບານເຢຍລະມັນ ( BaFin ) ເປີດເຜີຍເມື່ອວັນທີ 9 ພຶດສະພາຜ່ານມາວ່າ ລະບົບທະນາຄານຂອງປະເທດກຳລັງປະເຊີນກັບການທົດສອບສະພາວະວິກິດ ( Stress Test ) ໃນຊີວິດຈິງ ທ່າມກາງຄວາມຜັນຜວນໃນຂະນະນີ້ ແລະ ຄາດການວ່າພາກອະສັງຫາລິມະຊັບ ຈະປະສົບພາວະອ່ອນແອຄັ້ງໃຫຍ່.

ຂະແໜງທະນາຄານ ໄດ້ຖືກຕິດຕາມມາຕັ້ງແຕ່ເດືອນມີນາຜ່ານມາ ເນື່ອງຈາກການຫຼົ້ມລະລາຍຂອງທະນາຄານ ຊິລິຄອນ ວັນເລ ແບັງ ( SVB ) ແລະ ການເຂົ້າຊ່ວຍເຫຼືອທະນາຄານທີ່ຍັງມີຄວາມຄອນແຄນອີກຫຼາຍໆແຫ່ງ ເຊິ່ງແຮງກົດດັນທີ່ພາກທະນາຄານຕ້ອງປະເຊີນ ຍິ່ງທະວີຄວາມຮຸນແຮງຫຼາຍຂຶ້ນ ເນື່ອງຈາກທະນາຄານຫຼາຍແຫ່ງແຂ່ງຂັນການປັບອັດຕາດອກເບ້ຍ ໄດ້ສ້າງ ຄວາມປັ່ນປ່ວນໃນຕະຫຼາດການເງິນ.

อาจเป็นรูปภาพของ 1 คน

ທ່ານ ມາກ ແບຣນສັນ ປະທານ BaFin ກ່າວວ່າ: ເຢຍລະມັນ ໄດ້ຮັບຜົນກະທົບແບບດຽວກັນຈາກອັດຕາດອກເບ້ຍທີ່ສູງຂຶ້ນ ເຊັ່ນດຽວກັບປະເທດອື່ນໆ ທົ່ວໂລກ. ລະບົບທະນາຄານຂອງເຢຍລະມັນ ໄດ້ຮັບຜົນກະທົບໃນດ້ານລົບບາງຢ່າງ ແຕ່ລະບົບຍັງບໍ່ຕົກຢູ່ໃນລະດັບອັນຕະລາຍ ແລະ ລະບົບການເງິນສາມາດຮັບມືກັບຜົນກະທົບຂອງອັດຕາດອກເບ້ຍທີ່ສູງໄດ້ເປັນຢ່າງດີ.

ທ່ານຍັງກ່າວວ່າ: ເຢຍລະມັນ ບໍ່ມີວິກິດທະນາຄານລະດັບໂລກໃນຕອນນີ້ ແຕ່ປະເຊີນກັບສະຖານະການທີ່ໜ້າວິຕົກກັງວົນ ແລະ ສ່ວນຕ່າງໆຂອງລະບົບແມ່ນພົບກັບການທົດສອບພາວະວິກິດໃນຊີວິດຈິງ.

อาจเป็นรูปภาพของ 1 คน และ ประตูเลื่อน

ໂດຍທົ່ວໄປແລ້ວ, ອັດຕາດອກເບ້ຍທີ່ສູງຂຶ້ນ ຄວນເປັນເລື່ອງທີ່ດີຕໍ່ງົບດຸນດ້ານການເງິນຂອງທະນາຄານ, ແຕ່ຢ່າງໃດກໍຕາມ ບັນຫາອາດເກີດຂຶ້ນໄດ້ ຖ້າທະນາຄານແບກຮັບຄວາມສ່ຽງຫຼາຍເກີນໄປ ແລະ ບໍ່ສາມາດຈັດການກັບການປັບຂຶ້ນດອກເບ້ຍຢ່າງຕໍ່ເນື່ອງ ແລະ ໄວຈົນເກີນໄປ.

ທັງນີ້, ທະນາຄານແຫ່ງຕ່າງໆ ໃນສະຫະພາບເອີຣົບ ເລີ່ມເຂັ້ມງວດກັບເງື່ອນໄຂໃນການປ່ອຍສິນເຊື່ອ, ຂະນະທີ່ຜູ້ກູ້ ກໍຍື່ນຂໍກູ້ເງິນ ມີໜ້ອຍລົງ ໂດຍປັດໄຈເຫຼົ່ານີ້ອາດສົ່ງຜົນໃຫ້ເສດຖະກິດໃນພູມິພາກມີການຂະຫຍາຍຕົວຊ້າລົງ.