ອິນເດຍ ຂະຫຍາຍວົງເງິນ 1 ພັນລ້ານໂດລາໃຫ້ ສີລັງກາ

70

ເວັບໄຊຂອງສຳນັກຂ່າວ BNews ລາຍງານວ່າ: ລັດຖະມົນຕີກະຊວງການເງິນ ຂອງສີລັງກາ ໄດ້ເປີດເຜີຍຂໍ້ມູນເມື່ອວັນທີ 9 ພຶດສະພາຜ່ານມາວ່າ ອິນເດຍ ໄດ້ຂະຫຍາຍວົງເງິນ 1 ພັນລ້ານໂດລາໃຫ້ ສີລັງກາເປັນເວລາ 1 ປີ ເຊິ່ງໄດ້ຊ່ວຍໃຫ້ສີລັງກາ ສາມາດຊໍາລະຄ່າສິນຄ້ານໍາເຂົ້າທີ່ຈໍາເປັນໄດ້.

อาจเป็นรูปภาพของ 1 คน, เงิน และ ข้อความ

ວົງເງິນດັ່ງກ່າວເປັນສ່ວນໜຶ່ງຂອງເງິນຊ່ວຍເຫຼືອສຸກເສີນຈໍານວນ 4 ພັນລ້ານໂດລາ ທີ່ອິນເດຍມອບໃຫ້ໃນໄລຍະວິກິດການເງິນໃນສີລັງກາ ເຊິ່ງມີຂອບເຂດໄລຍະເວລາໝົດອາຍຸໃນເດືອນມີນາຜ່ານມາ ແຕ່ໄດ້ຂະຫຍາຍໄປຈົນເຖິງເດືອນ 3 ປີ 2024 ຫຼັງຈາກການເຈລະຈາລະຫວ່າງສອງຝ່າຍ.

ຂະນະທີ່ທຶນສໍາຮອງເງິນຕາຕ່າງປະເທດຂອງສີລັງກາ ຫຼຸດລົງສູ່ລະດັບຕໍ່າສຸດເປັນປະຫວັດການ ເມື່ອເດືອນເມສາຜ່ານມາ ສົ່ງຜົນໃຫ້ເກີດວິກິດການເງິນທີ່ຮ້າຍແຮງທີ່ສຸດ ນັບຕັ້ງແຕ່ໄດ້ຮັບເອກະລາດຂອງປະເທດໃນປີ 1948. ສີລັງກາ ໃຊ້ເວລາຫຼາຍເດືອນໃນການສູ້ຊົນ ເພື່ອຊໍາລະຄ່າສິນຄ້ານໍາເຂົ້າທີ່ຈໍາເປັນ ເຊັ່ນ: ນ້ຳມັນເຊື້ອໄຟ ແລະ ຢາປິ່ນປົວພະຍາດ.

อาจเป็นรูปภาพของ เงิน

ແຕ່ຂະນະນີ້, ສະຖານະການດີຂຶ້ນ ໂດຍປະເທດໄດ້ຮັບການສະໜັບສະໜູນເກືອບ 3 ພັນລ້ານໂດລາ ຈາກກອງທຶນການເງິນລະຫວ່າງປະເທດ ( IMF ) ໃນເດືອນມີນາ ແລະ ເລີ່ມເຈລະຈາປັບໂຄງສ້າງໜີ້ກັບເຈົ້າໜີ້.