ສະປາ ກາຍເປັນເມືອງສວຍງາມທີ່ສຸດໃນໂລກ

92

ວາລະສານທ່ອງທ່ຽວສາກົນ ( Conde Nast Traveler ) ໄດ້ຄັດເລືອກເອົາ 50 ເທສະບານ ເມືອງນ້ອຍ ທີ່ສວຍງາມທີ່ສຸດໃນໂລກ, ໃນນັ້ນມີເທສະບານເມືອງສະປາ ( ແຂວງລາວກາຍ ) ຂອງ ສສ ຫວຽດນາມ

ไม่มีคำอธิบายรูปภาพ

ໄດ້ຮັບເລືອກເປັນເມືອງທີ່ສວຍງາມທີ່ສຸດໃນໂລກ ເນື່ອງຈາກ ສະປາ ແມ່ນເທສະບານເມືອງຢູ່ເຂດພູດອຍ ທີ່ສະຫງົບງຽບ ນອນຢູ່ແຂວງລາວກາຍ ທາງທິດຕາເວັນຕົກສ່ຽງເໜືອຂອງ ສສ ຫວຽດນາມ. ດິນແດນແຫ່ງນີ້ໄດ້ເປັນທີ່ຮູ້ຈັກກັນດີ ດ້ວຍທັດສະນີຍະພາບຂອງພູຜາປ່າໄມ້ທີ່ໃຫຍ່ໂຕມະໂຫລານ, ມີນາຂັ້ນໄດທີ່ກວ້າງໃຫຍ່ຈົນສຸດສາຍຕາ, ນ້ຳຕົກຕາດທີ່ງົດງາມ ດັ່ງໃນຝັນ ແລະ ເສັ້ນທາງຄົດງໍ.

อาจเป็นรูปภาพของ ทะเลสาบ และ ภูเขา

ບໍ່ພຽງແຕ່ເທົ່ານັ້ນ Conde Nast Traveler ຍັງເນັ້ນໜັກເຖິງຫຼາຍສະຖານທີ່ທ່ອງທ່ຽວທີ່ສວຍງາມ ຢູ່ອ້ອມເທສະບານເມືອງດັ່ງກ່າວ ກຳລັງລໍຖ້ານັກທ່ອງທ່ຽວໄປສຳຜັດ.