ເຮັດຕົ້ມເລືອດ ໄວ້ກິນກັບຕຳເອງແບບງ່າຍໆ

150

ຕົ້ມເລືອດເປັນເມນູກິນຫຼິ້ນ ຄົນສ່ວນຫຼາຍແມ່ນຈະກິນກັບຕຳສົ້ມ ທັງເຜັດທັງຮ້ອນສົດໃສ່ເຂົ້າກັນດີ໋ດີ, ດັ່ງນັ້ນມື້ນີ້ຄໍລຳອາຫານຈະພາທ່ານມາເຮັດຕົ້ມເລືອດໄວ້ກິນເອງແຊບໆ ທັງໄດ້ກິນຫຼາຍອີກ.

ວັດຖຸດິບ: ເລືອດກ້ອນຕາມຕະຫຼາດ, ໝາກເຜັດດິບ, ຫົວຜັກບົ່ວ, ຂ່າ, ຫົວສີໃຄ, ໃບຂີ້ຫູດ, ເກືອ, ແປ້ງນົວ, ຄະນໍ, ຈຽວກະທຽມ, ນໍ້າປາ, ຫອມເປ ຫຼື ຫອມປ້ອມ, ຫອມບົ່ວ, ນໍ້າສະອາດ.

ວິທີເຮັດ: ຄ້າງໝໍ້ໃສ່ນໍ້າສະອາດລົງໄປກະພໍດີພຽງກັບຕ່ອນເລືອດ, ຈາກນັ້ນກໍຊອຍຫົວຂ່າ, ຫົວສີໃຄ, ຫົວຜັກບົ່ວ, ໝາກເຜັດ, ໃບຂີ້ຫູດ, ເກືອ, ແປ້ງນົວ ເອົາລົງໝໍ້ທັງໝົດປະໃຫ້ໝໍ້ຟົດແລ້ວລ້າງຕ່ອນເລືອດ ( ລ້າງຄ່ອຍໆບໍ່ໃຫ້ແຕກ ) ຕົ້ມອີກປະມານ 3 – 5 ນາທີ ກໍຖືວ່າສຸກແລ້ວ ຈາກນັ້ນກໍປຸງລົດຊາດຕາມໃຈມັກດ້ວຍຄະນໍ, ນໍ້າປາ ຖ້າພໍດີແລ້ວໃຫ້ຊອຍຫອມລົງ ປິດໄຟ ສາມາດຕັກໃສ່ຖ້ວຍແລ້ວເອົາຈຽວຫົວຜັກທຽມໂຮຍລົງໄປ ເທົ່ານີ້ກໍຈະໄດ້ຕົ້ມເລືອດໄວ້ກິນເອງແລ້ວ.
[ ໂດຍ: ນົກແຕນແວນ ]