ສາເຫດ ແລະ ວິທີແກ້ໄຂບັນຫາຖົງຕາດໍາ

87

ບັນຫາຖົງຕາດໍາ ມັກພົບເຫັນຫຼາຍທັງຜູ້ຊາຍ ແລະ ແມ່ຍິງ ໂດຍມີລັກສະນະເປັນຮອບດໍາຄໍ້າບໍລິເວນກ້ອງດວງຕາ ເຊິ່ງມີສີເຂັ້ມກວ່າຜິວບໍລິເວນອື່ນໆໃນໜ້າ ຫຼາຍຄົນອາດຈະພົບບັນຫານີ້ ເຮັດໃຫ້ເຮົາເບິ່ງຄືຄົນທີ່ກໍາລັງອິດເມື່ອຍ, ບໍ່ມີແຮງ ແຕ່ອາດຈະເຮັດໃຫ້ເຮົາຮູ້ສຶກຕຶງຄຽດ ແລະ ເສຍຄວາມໝັ້ນໃຈໄດ້.
ບັນຫາຖົງຕາດໍາເກີດໄດ້ຈາກຫຼາຍສາເຫດ ເປັນຕົ້ນແມ່ນການພັກຜ່ອນບໍ່ພຽງພໍ, ການປ່ຽນແປງຂອງຜິວຕາມໄວ, ການຖ່າຍທອດທາງກໍາມະພັນ ແລະ ປັດໄຈອື່ນໆ. ຖ້າເຮົາຮູ້ສາເຫດວ່າເກີດຈາກຫຍັງແທ້ກໍຈະຊ່ວຍປ້ອງກັນ ແລະ ຈັດການກັບບັນຫາໃຫ້ໄດ້ຜົນດີຍິ່ງຂຶ້ນ ບັນດາສາເຫດຕ່າງໆທີ່ພາໃຫ້ເກີດບັນຫາຖົງດໍາມີດັ່ງນີ້:

1. ຄວາມເມື່ອຍ ແລະ ຄວາມຕຶງຄຽດ: ການໃຊ້ສາຍຕາຫຼາຍເກີນໄປ ແລະ ບັນຫາດ້ານການນອນບໍ່ຫຼັບ ຫຼື ການນອນຫຼາຍເກີນໄປອາດເປັນສາເຫດເຮັດໃຫ້ເກີດຮອຍດໍາກ້ອງຕາ ໂດຍຈະເຮັດໃຫ້ເສັ້ນເລືອດຝອຍບໍລິເວນຜິວໜັງກ້ອງຕາຂະຫຍາຍຕົວ ຈຶ່ງເຮັດໃຫ້ເກີດຮອຍດໍາຄໍ້າຢ່າງຊັດເຈນ ເນື່ອງຈາກຜິວໜັງກ້ອງຕາມີລັກສະນະບາງກວ່າຜິວສ່ວນອື່ນ.
2. ອາຍຸ: ເມື່ອອາຍຸຫຼາຍຂຶ້ນຜິວໜັງກໍຈະບາງລົງ ເຮັດໃຫ້ເສັ້ນເລືອດຝອຍໃຕ້ຜິວໜັງບໍລິເວນດວງຕາໄດ້ຊັດເຈນຈຶ່ງເຮັດໃຫ້ເຫັນເປັນຮອຍດໍາກ້ອງຕາ ນອກຈາກນີ້ໄຂມັນ ແລະ ຄໍລາເຈນກ້ອງຜິວໜັງຈະຄ່ອຍໆສະຫຼາຍຕົວໄປ ເຮັດໃຫ້ຜິວບໍລິເວນກ້ອງຕາຢ່ອນ ແລະ ເກີດເປັນຖົງກ້ອງຕາ ເຊິ່ງເຮັດໃຫ້ຖົງກ້ອງຕາດໍາຈາກເງົາກະທົບຂອງຖົງກ້ອງຕາ.
3. ພະຍາດພູມແພ້: ບັນຫາກ້ອງຕາດໍາເປັນອາການທີ່ມັກເກີດຂຶ້ນຫຼາຍ ກັບຜູ້ທີ່ເປັນພະຍາດພູມແພ້ອາກາດ ເມື່ອສໍາຜັດກັບສານທີ່ກໍ່ໃຫ້ເກີດພູມແພ້ໃນອາກາດຮ່າງກາຍຈະຫຼັ່ງສານຮິສຕາມິນອອກມາ ເພື່ອຕອບສະໜອງຕໍ່ສິ່ງແປກປອມເຮັດໃຫ້ເກີດອາການແພ້ ເຊັ່ນ: ຄັນດັງ, ນໍ້າມູກໄຫຼ ແລະ ເຮັດໃຫ້ເສັ້ນເລືອດກ້ອງຕາຂະຫຍາຍຕົວ ເຮັດໃຫ້ຜິວໜັງບໍລິເວນກ້ອງຕາເປັນສີເຂັ້ມຂຶ້ນ.

ນອກຈາກນັ້ນ, ກໍຍັງເກີດຈາກບັນຫາອື່ນ ເຊັ່ນ: ການຖ່າຍທອດທາງກໍາມະພັນ ເຊິ່ງອາດຈະເຮັດໃຫ້ບາງຄົນມີຂອບຕາດໍາຕັ້ງແຕ່ຕອນຍັງນ້ອຍ, ການປ່ຽນແປງທາງຮໍໂມນ, ການຂາດສານອາຫານບາງຊະນິດ ( ພາວະຂາດນໍ້າ ), ການສູບຢາ ແລະ ດື່ມເຄື່ອງດື່ມແອວກໍຮໍ.
ວິທີຮັບມືກັບບັນຫາກ້ອງຕາດໍາໃຫ້ລອງປະຕິບັດດັ່ງນີ້:
– ພັກຜ່ອນໃຫ້ພຽງພໍ: ໄວໜຸ່ມ 14 – 17 ປີ ຄວນນອນຫຼັບ 8 – 10 ຊົ່ວຕໍ່ມື້, ຜູ້ໃຫຍ່ 18 – 64 ປີຄວນນອນ 7 – 9 ຊົ່ວໂມງຕໍ່ມື້ ແລະ ຜູ້ທີ່ມີອາຍຸຫຼາຍກວ່າ 65 ປີຂຶ້ນໄປ ຄວນນອນ 7 – 8 ຊົ່ວໂມງຕໍ່ມື້ ແລະ ປັບພຶດຕິກໍາ ເຊັ່ນ: ຕື່ນນອນ ແລະ ເຂົ້ານອນໃຫ້ກົງເວລາທຸກມື້, ຫຼີກລ່ຽງການຮັບປະທານອາຫານ ແລະ ເຄື່ອງດື່ມທີ່ມີຄາເຟອີນ ຫຼື ແອວກໍຮໍໃຫ້ກັບເວລາເຂົ້ານອນ ເພື່ອໃຫ້ນອນຫຼັບໄດ້ດີຂຶ້ນ.
– ໃສ່ແວ່ນຕາກັນແດດເມື່ອອອກນອກເຮືອນ ນອກຈາກຈະຊ່ວຍຫຼຸດບັນຫາຂອບຕາດໍາແລ້ວຍັງຊ່ວຍປ້ອງກັນການເກີດຮອຍຮອບດວງຕາອີກດ້ວຍ.
– ຮັກສາພະຍາດຜິວໜັງ ຫຼືພະຍາດພູມແພ້ທີ່ເປັນສາເຫດພາໃຫ້ເກີດຮອຍຢ່ອນກ້ອງຕາ ໂດຍການປຶກສາແພດ ແລະ ໃຊ້ຢາຮັກສາອາການຂອງພະຍາດ.
[ ຂໍ້ມູນຈາກ: Pobpad]