ສົ່ງກໍາລັງໃຈກັນຕໍ່ໃນເວທີ Mister & Miss Fitness supermodel world 2023

63

ຕິດຕາມກັນຕໍ່ດ້ວຍການໃຫ້ກໍາລັງໄວໜຸ່ມລາວ ຮ່ວມເຜີຍແຜ່ວັດທະນະທໍາຄວາມເປັນລາວໃນເວທີສາກົນ ເວົ້າໄດ້ວ່າເປັນເວທີ ທີ 2 ກັນແລ້ວ ທີ່ປະທານຊ້າງ ໄຊຊະນະນໍລະສິງ ສີສານ ປະທານໂຄງການປະກວດ MisterLaos ໄດ້ສົ່ງເສີມຈັດຕັ້ງປະຕິບັດສົ່ງຕົວແທນສາຍສະພາຍລາວ ເຂົ້າຮ່ວມປະກວດໃນເວທີສາກົນ Mister & Miss Finess Supermodel World 2023.

ໃນຕອນນີ້ນ້ອງໆກໍມີຄວາມພ້ອມແລ້ວ! ທີ່ຈະອອກເດີນທາງ ກັບການຮ່ວມປະກວດຄັ້ງທຳອິດຂອງເວທີ Mister & Miss Fitness supermodel world 2023 ທີ່ນະຄອນໂຮ່ຈິມິນ ປະເທດຫວຽດນາມ, ໃນການຮ່ວມປະກວດຄັ້ງນີ້ ໃນວັນທີ 11 ພຶດສະພາ – 23 ພຶດສະພາ 2023 ຢ່າລືມຮ່ວມເຊຍ ແລະ ສົ່ງກຳລັງໃຈໃຫ້ກັບຕົວແທນປະເທດລາວ ໜຸ່ມ ຈ໋ອຍ ຈອນທະຈັກ ນວນແສງສີ Mister Fitness Supermodel Laos 2023 ແລະ ສາວນ້ອຍ ເລົ່າຈົ່ງຊົວ Miss Fitness Supermodel Laos 2023 ນັ້ນເອງ ໂດຍທັງສອງຈະເລີ່ມອອກເດີນທາງໃນວັນທີ 11ພຶດສະພາ 2023 ນີ້ ໂດຍສາຍການບິນລາວ.
ຫຼັງຈາກທີ່ຮູ້ຂ່າວ ທີມຂ່າວບັນເທີງເສດຖະກິດ – ການຄ້າຂອງເຮົາກໍບໍ່ລໍຊ້າ ຟ້າວທໍາການສໍາພາດໜຸ່ມຫຼໍ່ຕົວແທນຂອງປະເທດລາວເຮົາທັນທີ ໂດຍໜຸ່ມ ຈອນທະຈັກ ນວນແສງສີ ຫຼື ຈ໋ອຍ ປັດຈຸບັນອາຍຸ 30 ປີ ຈົບຈາກມະຫາວິທະຍາໄລ ວິທະຍາສາດສຸຂະພາບ ປີ 2014, ປັດຈຸບັນເຮັດວຽກຢູ່ ບໍລິສັດ KSD ການຢາ ໃນຕຳແໜ່ງ Senior Marketing ແລະ ສັງກັດຢູ່ Mister Laos ແລະ ເປັນຕົວແທນໄປຮ່ວມປະກວດ Mister Fitness Supermodel World 2023 ທີ່ປະເທດຫວຽດນາມ.

ໜຸ່ມຈ໋ອຍ ບອກວ່າ: ເມື່ອຮູ້ວ່າຕົນເອງຈະໄດ້ເຂົ້າຮ່ວມປະກວດ ໃນເວທີສາກົນເທື່ອນີ້ ແມ່ນມີ ຄວາມຮູ້ສຶກດີໃຈຫຼາຍທີ່ຈະໄດ້ເປັນສ່ວນໜຶ່ງໃນການໄປຮ່ວມປະກວດໃນເວທີລະດັບສາກົນ ເພື່ອເຜີຍແຜ່ວັດທະນະທຳ ວິຖີຊີວິດການເປັນຢູ່ຂອງປະເທດ ແລະ ແລກປ່ຽນວັດທະນະທຳກັບສາກົນ ພ້ອມທັງມີຄວາມຮູ້ສຶກຕື່ນເຕັ້ນ ແລະ ກົດດັນຢູ່ພໍສົມຄວນ ແຕ່ເຮົາກະກຽມຄວາມພ້ອມ ແລະ ເຮັດວຽກບ້ານຫຼາຍສົມຄວນ.

ໃນການກະກຽມຄວາມພ້ອມເປັນສິ່ງທີ່ຫຍຸ້ງຍາກຫຼາຍສົມຄວນ ມີອຸປະສັກເພີ່ມເລື້ອຍໆ ແຕ່ເຮົາກໍຈັດສັນເວລາໃຫ້ເໝາະສົມທີ່ສຸດ ບໍ່ວ່າຈະເປັນເລື່ອງໂພຊະນາການ, ການເບິ່ງແຍງຮັກສາຕົວເອງ, ການອອກກຳລັງກາຍເພື່ອໃຫ້ມີຮູບຮ່າງທີ່ດີ, ການຝຶກພາສາເພື່ອໃຊ້ໃນການສື່ສານ ເຮົາສາມາດຈັດເວລາຢ່າງເປັນລະບຽບ ເພື່ອບໍ່ໃຫ້ສົ່ງຜົນກະທົບຕໍ່ວຽກງານ ແລະ ການຝຶກກິດຈະກຳຕ່າງໆ ເພື່ອໃຫ້ມີຄວາມພ້ອມຫຼາຍທີ່ສຸດໃນການເປັນຕົວແທນເພື່ອໄປແຂ່ງຂັນໃນເວທີສາກົນທີ່ ໂຮຈິມິນ ປະເທດຫວຽດນາມ.

ສຸດທ້າຍນີ້ ຈ໋ອຍເອງກໍຂໍຝາກທຸກໆຄົນເປັນກຳລັງໃຈໃຫ້ຕົວແທນຈາກ ສປປ ລາວ ທັງຍິງ ແລະ ຊາຍ ໃນເວທີ Mister Fitness Supermodel World & Miss Fitness Supermodel World ທີ່ຈະຈັດຂຶ້ນໃນລະ ຫວ່າງ 15 – 22/5/2023 ນີ້ແດ່ເດີ.
ຂ່າວບັນເທີງກໍຂໍຝາກຕິດຕາມ ພ້ອມຮ່ວມເຊຍ ແລະ ເປັນກຳລັງໃຈໃຫ້ນ້ອງໆທັງສອງໄດ້ ກັບຄັ້ງທຳອິດຂອງ ສາຍສະພາຍ ປະເທດລາວ ໃນການຮ່ວມປະກວດໃນຄັ້ງນີ້ດ້ວຍ ສູ້ໆ ແລະ ນໍາລາງວັນກັບມາຝາກມາຕ້ອນແຟນໆຊາວລາວເຮົາ.