ຟ້າຜ່າງົວຢູ່ບ້ານຜາແດງ ເມືອງປາກອູເສຍຫາຍເກືອບ 100 ລ້ານກີບ

49

ຕອນບ່າຍຂອງວັນທີ 8 ພຶດສະພາ ຜ່ານມານີ້ ໄດ້ເກີດມີຟ້າຝົນ, ລົມແຮງ, ຟ້າເຫຼື້ອມຟ້າຜ່າ ຫຼາຍຈຸດຢູ່ພາຍໃນເມືອງປາກອູ ສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນຜູ້ທີ່ ທຳການຜະລິດ, ເປັນຕົ້ນ ສັດລ້ຽງ ປະເພດງົວ ຂອງປະຊາຊົນຢູ່ເຂດບ້ານຜາແດງເມືອງປາກອູຕາຍຫຼາຍກວ່າ 10 ໂຕ.

No photo description available.

ແຫຼ່ງຂ່າວຂອງເມືອງປາກອູລາຍງານໃຫ້ຮູ້ວ່າ: ເກີດເຫດການຟ້າຜ່າທີ່ເກີດຂື້ນ ເຮັດໃຫ້ງົວຂອງ ທ້າວ ສີຈັນ ວ່າງວົງໄຊ ປັດຈຸບັນຢູ່ ບ້ານຫ້ວຍມາດ ເມືອງປາກອູ ລົ້ມຕາຍຈຳນວນ 14 ໂຕ, ລວມມູນຄ່າການເສຍຫາຍທັງໝົດ 85 ລ້ານກວ່າກີບຜູ້ກ່ຽວໄດ້ໄປເຮັດສວນຫຍ້າ ເພື່ອລ້ຽງງົວ ຢູ່ເຂດບ້ານຜາແດງ ເປັນເວລາ 4 ປີແລ້ວ, ເຫດການທີ່ເກີດຂື້ນໃນຄັ້ງນີ້ ສ້າງຄວາມເສຍຫາຍຢ່າງໜັກໜ່ວງ, ເຮັດໃຫ້ປະຊາຊົນບັນດາເຜົ່າໃນເຂດດັ່ງກ່າວມີຄວາມຕື່ນຕົກໃຈ.

May be an image of animal
ໃນວັນດຽວດກັນນີ້ ໄດ້ມີເຫດການຟ້າຜ່າພາຍໃນເຂດບ້ານປາກຫ້ວຍຄໍ້ ເມືອງຈອມເພັດ ເຮັດໃຫ້ປະຊາຊົນເສຍຊີວິດ 1 ຄົນ ແລະບາດເຈັບອີກ 2 ຄົນ. ຈາກການບອກເລົ່າຂອງ ທ້າວ ທອງຫຼີ ຜູ້ເຫັນເຫດການໃຫ້ຮູ້ວ່າໃນ ວັນທີ 8 ພຶດສະພາ 2023 ນີ້ ຕົນເອງ ແລະປະຊາຊົນພາຍໃນບ້ານປາກຫ້ວຍ ຈຳນວນ 12 ຄົນ ໄດ້ພາກັນລ້ອມຮົ້ວສວນ ພໍຮອດຕອນບ່າຍເວລາປະມານ 14:00 ໂມງ ໄດ້ເກີດມີລົມພັດແຮງ ແລະເກີດມີຝົນຕົກໜັກ, ຟ້າຮ້ອງ ຟ້າເຫຼືອມ ຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ຈົນເຮັດໃຫ້ເກີດມີຟ້າຜ່າ.

May be an image of 4 people and text

ຈາກເຫດການດັ່ງກ່າວເຮັດໃຫ້ມີຜູ້ ເສຍຊີວິດຈຳນວນ 1 ຄົນ ເປັນເພດຍີງ ແລະບາດເຈັບອີກ 2 ຄົນ ຍິງ 1 ຄົນ ປັດຈຸບັນກຳລັງຮັກສາປິ່ນປົວຢູ່ໂຮງໝໍ, ຈາກເຫດການທີ່ເກີດຂື້ນ ຕອນເຊົ້າຂອງວັນທີ່ 9 ພຶດສະພາ ການນຳເມືອງ ຈອມເພັດນຳໂດຍ ທ່ານ ສາຍສະໝອນ ສາລິວົງ ເຈົ້າເມືອງຈອມເພັດ ໄດ້ລົງຊຸກຍູ້ຊ່ວຍເຫຼືອຄອບຄົວຜູ້ປະສົບເຄາະຮ້າຍ ໃນນັ້ນ ໄດ້ມອບເງີນ 2.000.000 ກີບ ແລະເຂົ້າສານ 80 ກິໂລ ໃຫ້ຄອບຄົວຜູ້ປະສົບເຄາະຮ້າຍ. ໂອກາດນີ້ ທ່ານ ບຸນມີ ພົງສະໝອນ ນາຍບ້ານປາກຫ້ວຍຄໍ້ ໄດ້ຕາງໜ້າຄອບຄົວຜູ້ຖືກເຄາະຮ້າຍ ສະແດງຄວາມຂອບໃຈຕໍ່ການນຳເມືອງຈອມເພັດ ທີ່ເຫັນຄວາມສຳຄັນ ແລະໃຫ້ການຊ່ວຍເຫຼືອ.