ສິ່ງຄວນຮູ້ຂອງການປູກຕົ້ນໝາກທຸລຽນລຽນ

42

ໝາກທຸລຽນ ເປັນໝາກໄມ້ຊະນິດໜຶ່ງທີ່ຄົນນິຍົມກິນຫຼາຍ ແຕ່ຢູ່ໃນປະເທດລາວເຮົາ ທີ່ປູກຫຼາຍແມ່ນຢູ່ເຂດຈຳປາສັກ ແຕ່ສ່ວນຫຼາຍກໍຈະປູກແບບກະແຈກກະຈາຍ ບໍ່ໄດ້ປູກເປັນສິນຄ້າສົ່ງອອກແທ້ໆ ແລະ ທີ່ສຳຄັນ ພັນໝາກທຸລຽນທີ່ປູກກໍເປັນພັນພື້ນເມືອງທີ່ແກ່ນໃຫຍ່ ເນື້ອໜ້ອຍ, ດັ່ງນັ້ນຈຶ່ງເຮັດໃຫ້ຄົນບໍ່ນິຍົມກິນປານໃດ. ແຕ່ມາຮອດປັດຈຸບັນຫຼາຍໆຄົນກໍນຳເຂົ້າເບ້ຍພັນໝອນທອງມາປູກ ແລະ ມີຂາຍຕາມສວນຂາຍເບ້ຍໄມ້ທົ່ວໄປ ທີ່ສຳຄັນສາມາດປູກໄດ້ທຸກພື້ນທີ່. ດັ່ງນັ້ນມື້ນີ້ເຮົາຈະແນະນຳບາງວິທີປູກຕົ້ນໝາກທຸລຽນໃຫ້ແກ່ຜູ້ທີ່ສົນໃຈຢາກລອງປູກໄວ້ຕາມຮົ້ວສວນ.


▶ການກຽມດິນ: ຖ້າຈະປູກເປັນສິນຄ້າ ໃຫ້ໄຖດິນ ຈາກນັ້ນກໍໃຫ້ວາງລະບົບທໍ່ນໍ້າ ໂດຍຂຸດຂຸມໃຫ້ເປັນແຖວຍາວລຽນກັນໄປ ຈຶ່ງງ່າຍຕໍ່ການວາງທໍ່ນໍ້າ ແລະ ໃຫ້ຫ່າງກັນຂຸມລະປະມານ 8×8 ແມັດ ຫຼື 8×10 ແມັດ ເມື່ອຂຸດຂຸມປູກຕົ້ນທຸລຽນ ຖ້າປູກແລ້ວໃຫ້ຖົມດິນປົກໃຫ້ພຽງກັບໜ້າດິນ ຫຼື ສູງກວ່າໄດ້ ເພາະຕົ້ນທຸລຽນບໍ່ມັກບ່ອນມີນໍ້າຂັງ ເພາະຈະເຮັດໃຫ້ຮາກເນົ່າໄດ້, ສາມາດປູກຊັບໄດ້ກັບສວນຕົ້ນໄມ້ຊະນິດອື່ນ ແລະ ຄວນໃຫ້ດິນຊຸ່ມຕະຫຼອດ.

ສ່ວນລະດູຂອງການປູກແມ່ນຄວນປູກໃນໄລຍະເດືອນມີນາ ເຖິງເດືອນເມສາ ຖ້າຈະປູກແບບທຳມະຊາດຄວນປູກໃນໄລຍະລະດູຝົນ. ຫຼັງຈາກປູກໄດ້ 5 – 6 ປີ ກໍຈະໃຫ້ຜົນຜະລິດ ແຕ່ຖ້າມີການບຳລຸງເບິ່ງແຍງຕົ້ນດີໆ 3 ປີ ກໍຈະໃຫ້ອອກໝາກແລ້ວ ແຕ່ຈະບໍ່ຫຼາຍ.
ສຳລັບການບຳລຸງຕົ້ນທຸລຽນປູກໃໝ່ໄລຍະອາຍຸ 1 – 3 ປີ ແນະນຳໃຫ້ໃສ່ປຸ໋ຍສູດ 16 – 16 – 16 ອັດຕາ ເຄິ່ງໂລຕໍ່ 1 ຕົ້ນ ໃສ່ເດືອນລະຄັ້ງ ຖ້າຕົ້ນໃຫຍ່ກໍສາມາດໃສ່ເພີ່ມຂຶ້ນໄດ້ຕາມຂະໜາດ ຫຼື ພຸ່ມຂອງໃບ ເພື່ອຈະໃຫ້ຕົ້ນທຸລຽນສົມບູນ.

ໄລຍະຕິດດອກໃຫ້ໃສ່ປຸ໋ຍສູດ 9 – 25 – 25 ໃສ່ທຸກ 15 ມື້ເພື່ອບຳລຸງ ແລະ ຫຼັງຈາກທີ່ອອກໝາກນ້ອຍໆແລ້ວ ໄດ້ 30 ມື້ ແມ່ນໃຫ້ແຕ່ງ ຫຼື ຕັດກິ່ງໝາກທຸລຽນທີ່ບໍ່ສົມບູນອອກ ເພາະມັນຈະອອກມາເປັນພວງ, ດັ່ງນັ້ນເຮົາຈະຈົ່ງແຕ່ໜ່ວຍທີ່ມີກ້ານໃຫຍ່ເປັນຫຼັກ ສ່ວນກ້ານນ້ອຍສາມາດຕັດຖິ້ມໄດ້ ເພື່ອບໍ່ໃຫ້ມັນມາຍາດສານອາຫານ ແລະ ເຮົາຈະໄດ້ໝາກທຸລຽນທີ່ສົມບູນ ແລະ ພູໃຫຍ່. ສ່ວນໄລຍະເກັບກ່ຽວໃຫ້ສັງເກດເບິ່ງໜາມໝາກທຸລຽນປາຍໜາມຈະເປັນສີນໍ້າຕານນັ້ນແມ່ນແກ່ສາມາດເກັບກູ້ໄດ້.
[ ຂໍ້ມູນ:Kasetinfo ]