ທີມຊາດຍິງລາວ ລົງສະໜາມສົ່ງທ້າຍເສຍໃຫ້ ສິງກະໂປ ກອດຄໍກັນຕົກຮອບ, ໄທ-ເຈົ້າພາບ ໄປຕໍ່

399

ທີມຊາດຍິງລາວ ລົງສະໜາມນັດທໍາອິດເສຍໃຫ້ກັບ ກໍາປູເຈຍ 0-2 ແລະ ນັດທີ 2 ເສຍໃຫ້ກັບ ໄທ 0-6 ຫຼ້າສຸດໃນຕອນຄໍ່າຂອງວັນທີ 9 ພຶດສະພາ 2023 ລົງສະໜາມພົບກັບ ສິງກະໂປ ປາກົດວ່າ: ທີມຊາດລາວ ເສຍໄປ 1-2, ສ່ວນຜົນອີກຄູ່ໜຶ່ງ ໄທ ຊະນະ ກໍາປູເຈຍ 3-0.

ຈາກຜົນດັ່ງກ່າວ ເຮັດໃຫ້ ທີມຊາດລາວ ລົງສະໜາມ 3 ນັດບໍ່ມີຈັກຄະແນນກອດຄໍ ສິງກະໂປ ທີ່ມີ 3 ຄະແນນ ຕົກຮອບໄປ ເນື່ອງຈາກວ່າ ໄທ ມີ 9 ຄະແນນຄວ້າແຊັມກຸ່ມ B ແລະ ກໍາປູເຈຍ ມີ 6 ຄະແນນ ຄວ້າອັນດັບ 2 ກຸ່ມ B ຜ່ານເຂົ້າຮອບ 4 ທີມສຸດທ້າຍ ໂດຍຮອບ 4 ທີມສຸດທ້າຍຈະໄປແຂ່ງຂັນໃນວັນທີ 12 ພຶດສະພາ 2023 ດັ່ງນີ້:

-ເວລາ 16:00 ໂມງ ຫວຽດນາມ ພົບ ກໍາປູເຈຍ ທີ່ສະໜາມ RCAF Old Stadium
-ເວລາ 16:00 ໂມງ ທີມຊາດໄທ ພົບ ມຽນມາ ທີ່ສະໜາມ RSN Stadium
ຂ່າວ: Larh Creators; ຮູບຈາກ: ສຕລ