ອົດສະຕຣາລີ ຊ່ວຍເຫຼືອປະຊາຊົນ ເພື່ອຫຼຸດຜ່ອນຄ່າຄອງຊີບ

118

ສຳນັກຂ່າວຫວຽດນາມລາຍງານວ່າ: ອົດສະຕຣາລີ ຈະຈັດສັນງົບປະມານ ລວມ 14,6 ຕື້ໂດລາອົດສະຕຣາລີ ( ປະມານ 10 ຕື້ໂດລາສະຫະລັດ ) ຈາກງົບປະມານຂອງລັດ ໃນໄລຍະ 4 ປີ ເພື່ອຊ່ວຍເຫຼືອດ້ານລາຍຈ່າຍຄ່າຄອງຊີບໃຫ້ແກ່ພາກຄົວເຮືອນ ແລະ ພາກທຸລະກິດ.

ຕາມຖະແຫຼງການຂອງລັດຖະບານອົດສະຕຣາລີ ໃນວັນທີ 8 ພຶດສະພາຜ່ານມາ ລະບຸວ່າ: ຂໍ້ຕົກລົງດັ່ງກ່າວ ໄດ້ຖືກຖະແຫຼງໃນທ່າມກາງສະພາບການທີ່ອັດຕາເງິນເຟີ້ຢູ່ອົດສະຕຣາລີ ຍັງຄົງຢູ່ທີ່ 7%, ໃກ້ຄຽງກັບລະດັບສູງສຸດໃນຮອບ 30 ປີ.

อาจเป็นรูปภาพของ ตึกระฟ้า และ สะพานซิดนีย์ฮาร์เบอร์

ບາງເນື້ອໃນຂອງຖະແຫຼງການ, ທ່ານ ຈິມ ເຈລເມີ ( Jim Chalmers ) ຜູ້ວ່າການຄັງເງິນແຫ່ງຊາດ ອົດສະຕຣາລີ ຍົກໃຫ້ເຫັນຈະແຈ້ງວ່າ ຈຸດສຸມຂອງບ້ວງງົບປະມານດັ່ງກ່າວນີ້ ຈະໄວ້ສໍາລັບລາຍຈ່າຍຄ່າຄອງຊີບບໍ່ໃຫ້ເພີ່ມຂຶ້ນ ແລະ ຄວບຄຸມອັດຕາເງິນເຟີ້. ທ່ານໄດ້ເນັ້ນໜັກໃຫ້ເຈົ້າໜ້າທີ່ດັດແປງ ແລະ ຈັດສັນງົບປະມານດ້ວຍວິທີການທີ່ຮອບຄອບ ແລະ ລະອຽດ ເພື່ອສາມາດຫຼຸດຜ່ອນ ຄວາມກົດດັນ ກ່ຽວກັບລາຍຈ່າຍຄ່າຄອງຊີບທີ່ນັບມື້ເພີ່ມຂຶ້ນ.

อาจเป็นรูปภาพของ เงิน และ ข้อความ

ແຜນການຂ້າງເທິງນັ້ນ ໄດ້ຖືກຈັດວາງໂດຍກົງໃຫ້ຫຼຸດຜ່ອນຄວາມກົດດັນດ້ານລາຄາ ແລະ ເງິນເຟີ້ ໃຫ້ປະຊາຊົນ.

ບັນດາມາດຕະການຊ່ວຍເຫຼືອທີ່ອອກມາໃໝ່ນີ້ ໄດ້ຖືກວາງອອກຫຼັງຈາກທີ່ລັດຖະບານອົດສະຕຣາລີ ຈັດສັນ 11,3 ຕື້ໂດລາອົດສະຕາລີ ເພື່ອເພີ່ມເງິນເດືອນໃຫ້ບັນດາຜູ້ທີ່ເຮັດໜ້າທີ່ເບິ່ງແຍງຜູ້ອາຍຸສູງ ໃນໄລຍະ 4 ປີ, ຄຽງຄູ່ກັນນັ້ນ ກໍປະກາດເພີ່ມພາສີຢາສູບ 5% ແລະ ເພີ່ມ 2,4 ຕື້ໂດລາອົດສະຕຣາລີ ສຳລັບບັນດາຜູ້ຜະລິດນໍ້າມັນ ແລະ ແກ໊ສ.