ອາເມຣິກາ ສ່ຽງຜິດຊຳລະໜີ້ ຫາກສະພາບໍ່ປັບເພີ່ມເພດານໜີ້

81

ສະຖານີໂທລະພາບ ABC ລາຍງານວ່າ: ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນສະຫະລັດອາເມຣິກາ ອອກມາເຕືອນວ່າ ຫາກສະພາຄອງເກຣສ ບໍ່ປັບເພີ່ມເພດານໜີ້ ຈະເຮັດໃຫ້ເສດຖະກິດຂອງອາເມຣິກາສະລໍຕົວລົງຢ່າງຮຸນແຮງ, ພ້ອມຢ້ຳວ່າ ກະຊວງການເງິນ ຈະບໍ່ສາມາດຊຳລະໜີ້ໄດ້ຕາມກຳນົດເວລາໃນຕົ້ນເດືອນມິຖຸນາຈະເຖິງນີ້.

อาจเป็นรูปภาพของ 1 คน และ ข้อความ

ລັດຖະມົນຕີກະຊວງການເງິນອາເມຣິກາ ກ່າວວ່າ: ກ່ອນໜ້ານີ້ ກະຊວງການເງິນສະຫະລັດ ໄດ້ໃຊ້ມາດຕະການພິເສດ ເພື່ອຫຼີກລ່ຽງການຜິດຊຳລະໜີ້ ແລະ ບໍ່ແມ່ນສິ່ງທີ່ກະຊວງການເງິນຈະດຳເນີນຕໍ່ໄປໄດ້ອີກແລ້ວ ແຕ່ເປັນໜ້າທີ່ຂອງສະພາຄອງເກຣສ ຈະຕ້ອງດຳເນີນການເພື່ອຫຼີກລ່ຽງຄວາມຫາຍະນະຕໍ່ລະບົບເສດຖະກິດຂອງອາເມຣິກາ.

อาจเป็นรูปภาพของ 1 คน และ ข้อความ

ໃນຂະນະດຽວກັນຝ່າຍນິຕິບັນຍັດຂອງອາເມຣິກາ ໄດ້ໃຊ້ ຄວາມພະຍາຍາມທຸກວິທີທາງ ເພື່ອປັບເພີ່ມ ຫຼື ລະງັບເພດານໜີ້ ເພື່ອໃຫ້ລັດຖະບານສາມາດຊຳລະໜີ້ໄດ້ຕາມກຳນົດເວລາ ແຕ່ຂະນະນີ້ ກຳລັງປະເຊີນກັບທາງຕັນ ແລະ ມີໂອກາດສູງທີ່ຈະຜິດຊຳລະໜີ້.

ການອອກມາເຕືອນຂອງລັດຖະມົນຕີກະຊວງການເງິນຂອງສະຫະລັດ ເປັນການຢ້ຳເຕືອນວ່າ ສະຫະລັດອາດຈະຜິດນັດຊຳລະໜີ້ໃນວັນທີ 1 ມິຖຸນາຈະເຖິງນີ້ ເຊິ່ງໄວກວ່າທີ່ລັດຖະບານ ແລະ ນັກວິເຄາະຄາດການໄວ້.