ສີລັງກາ ມີລາຍຮັບຈາກການທ່ອງທ່ຽວເກືອບ 700 ລ້ານໂດລາ

13

ສໍານັກຂ່າວຊິນຫົວລາຍງານວ່າ ທ່ານ ປຣີອັນທາ ເຟີນັນໂດ ປະທານອົງການພັດທະນາການທ່ອງທ່ຽວສີລັງກາ ເປີດເຜີຍວ່າ: ໃນໄລຍະ 4 ເດືອນທໍາອິດຂອງປີນີ້, ສີລັງລາ ມີລາຍໄດ້ຈາກຂະແໜງການທ່ອງທ່ຽວເກືອບ 700 ລ້ານໂດລາ ເພີ່ມຂຶ້ນ 17,8% ຈາກໄລຍະດຽວກັນຂອງປີຜ່ານມາ.

อาจเป็นรูปภาพของ 2 คน

ກ່ອນນີ້, ທ່ານ ປຣີອັນທາ ເຟີນັນໂດ ເປີດເຜີຍວ່າ: ອຸດສາຫະກຳການທ່ອງທ່ຽວຂອງສີລັງກາ ຕັ້ງເປົ້າໝາຍໄວ້ ຈະດຶງດູດນັກທ່ອງທ່ຽວ 2 ລ້ານຄົນໃນປີ 2023 ເພີ່ມຂຶ້ນຈາກເປົ້າໝາຍເກົ່າທີ່ 1,5 ລ້ານຄົນ ໂດຍອົງການ ໄດ້ປັບແກ້ຕົວເລກຄາດການຕາມທ່າອ່ຽງທາງບວກໃນໄຕມາດທຳອິດຂອງປີນີ້.

อาจเป็นรูปภาพของ 8 คน และ ข้อความ

ທັງນີ້, ການທ່ອງທ່ຽວ ຖືເປັນໜຶ່ງໃນແຫຼ່ງລາຍຮັບຫຼັກ ຂອງສີລັງກາ ເຊິ່ງໄດ້ປະສົບພາວະຕົກຕໍ່າ ເນື່ອງຈາກການລະບາດ ໃຫຍ່ຂອງພະຍາດໂຄວິດ – 19 ລວມເຖິງວິກິດການທາງດ້ານເສດຖະກິດ ແລະ ການເມືອງໃນປະເທດ.