5 ເຄັດລັບຟື້ນຟູຜິວຈາກພາຍໃນສູ່ພາຍນອກ

29

ການຮັບປະທານອາຫານທີ່ຄົບຖ້ວນອາດຈະບໍ່ພຽງພໍ ຫຼື ຕອບໂຈດໃນການດູແລຜິວສໍາລັບບາງຄົນ ອາຫານຜິວ ຫຼື ສານອາຫານທີ່ມາຊ່ວຍບໍາລຸງຜິວໂດຍສະເພາະ ຈຶ່ງເປັນທາງເລືອກໜຶ່ງທີ່ຈະຊ່ວຍຟື້ນຟູຜິວໂດຍສະເພາະ ຈຶ່ງເປັນທາງເລືອກໜຶ່ງທີ່ອາດຊ່ວຍຟື້ນຟູສຸຂະພາບຜິວໜັງ ພ້ອມທັງຫຼຸດບັນຫາຜິວພັນກວນໃຈ ເຊັ່ນ: ບັນຫາສິວ, ຮ່ອງຮອຍທີ່ເກີດຂຶ້ນກັບໜ້າ ແລະ ຈຸດດ່າງດໍາໄດ້.
ໃນແຕ່ລະມື້ ຜິວໜັງຂອງຄົນເຮົາຖືກທໍາລາຍຈາກຫຼາຍປັດໄຈທັງພາຍໃນ ແລະ ພາຍນອກ ບໍ່ວ່າຈະເປັນແສງແດດ, ການພັກຜ່ອນໜ້ອຍ, ການສູບຢາ, ເຄື່ອງສໍາອາງ ຫຼື ສານເຄມີຕ່າງໆໄດ້ບໍ່ພຽງແຕ່ເປັນການຕື່ມເຕັມໃຫ້ຜິວມີສຸຂະພາບດີເທົ່ານັ້ນ ແຕ່ຍັງເປັນການສ້າງ ຄວາມໝັ້ນໃຈໃຫ້ຕົນເອງໄດ້ອີກທາງໜຶ່ງ ເຊິ່ງເປັນເຫດຜົນທີ່ທຸກຄົນຄວນເບິ່ງແຍງຜິວຢູ່ສະເໝີ. ຄວາມຈິງແລ້ວອາຫານຜິວເປັນເລື່ອງທີ່ໃກ້ຕົວ ເພາະມີອາຫານຈໍານວນບໍ່ໜ້ອຍທີ່ຫຼາຍຄົນຄຸ້ນເຄີຍທັງຊື່ ແລະ ຄຸນປະໂຫຍດຂອງອາຫານເຫຼົ່ານັ້ນ ເຊັ່ນ:

1. ແອນຕາແຊນທິນ ( Astaxanthin ) ເປັນເມັດສີໃນກຸ່ມແຄໂຣທີນອຍ ມັກມີຢູ່ໃນສາຫຼ່າຍ, ປາແຊວມອນ, ປູ, ກຸ້ງ ແລະ ສັດທະເລຕ່າງໆ. ສານນີ້ມີຄຸນສົມບັດທີ່ດີຕໍ່ຜິວພັນຫຼາຍ, ສາມາດຕໍ່ຕ້ານອະນຸມູນອິດສະຫຼະອັນເປັນຕົ້ນເຫດຂອງບັນຫາຜິວໜັງ ແລະ ພະຍາດຜິວໜັງ, ເສີມພູມຄຸ້ມກັນໃຫ້ຜິວໜັງຕໍ່ລັງສີຢູວີ ແລະ ຊ່ວຍປົກປ້ອງຜິວຈາກການຖືກທໍາລາຍ.
2. ໄນອະຊິນາໄມ: ( Niacinamide ) ເປັນຮູບແບບໜຶ່ງຂອງວິຕາມິນບີ 3 ທີ່ມີປະໂຫຍດຕໍ່ຜິວໜັງ ຈະຊ່ວຍເສີມໂປຣຕິນພາຍໃນຊັ້ນຜິວໜັງ ເຮັດໃຫ້ຜິວກະຊັບ ແລະ ມີສຸຂະພາບດີ ສ້າງພູມຄຸ້ມກັນປົກປ້ອງຜິວເພື່ອຮັກສາຄວາມຊຸ່ມຊື່ນຂອງຜິວໜັງ ລວມທັງຮັກສາ ຫຼື ຫຼຸດອາການອັກເສບ, ຈຸດດ່າງດໍາ, ຮອຍແດງຈາກບັນຫາຜິວຕ່າງໆເຊັ່ນ: ສິວ ແລະ ຜິວໜັງອັກເສບ ແຕ່ຕ້ອງອາໄສຄວາມອົດທົນ ແລະ ມີລະບຽບວິໄນ ເພາະອາດຈະໃຊ້ຫຼາຍອາທິດຈຶ່ງຈະເຫັນການປ່ຽນແປງທີ່ດີຂຶ້ນ.

3. ຄໍລາເຈນ ( Collagen ): ຫຼາຍຄົນຮູ້ຈັກຄໍລາເຈນເປັນຢ່າງດີ ເນື່ອງຈາກເປັນອາຫານຜິວຍອດນິຍົມທີ່ພົບໄດ້ໃນອາຫານ, ຜະລິດຕະພັນບໍາລຸງຜິວ ຫຼື ອາຫານເສີມຕ່າງໆ ເຊິ່ງຄໍລາເຈນນັ້ນເປັນໂປຣຕິນທີ່ເຮົາສ້າງໄດ້ໂດຍທໍາມະຊາດ ແລະ ເປັນອົງປະກອບທີ່ສໍາຄັນຂອງຜິວໜັງ ມີສ່ວນຊ່ວຍຕື່ມເຕັມຜິວໜັງໃນສ່ວນທີ່ເສຍຫາຍ ຫຼື ເສື່ອມສະພາບ ເຮັດໃຫ້ຜິວໜັງແຂງແຮງ ແລະ ຊຸ່ມຊື່ນຂຶ້ນ ຊ່ວຍຫຼຸດບັນຫາຜິວແຫ້ງ ແລະ ຜິວເປັນຮອຍຕີນກາ.

4. ວິຕາມິນອີ: ມີບົດບາດຕໍ່ຜິວໜັງຂອງເຮົາຫຼາຍ ໂດຍມີສ່ວນຊ່ວຍໃນການຕ້ານສານອະນຸມູນອິດສະຫຼະ ຕ້ານການອັກເສບ, ຊ່ວຍເສີມສ້າງພູມຄຸ້ມກັນ ແລະ ການເຮັດວຽກຂອງເຊວໃນຜິວໜັງ ແລະ ຍັງຊ່ວຍປ້ອງກັນຜິວຈາກລັງສີຢູວີ ເຊິ່ງເປັນອີກໜຶ່ງບັນຫາຜິວເຊັ່ນ: ໜ້າແກ່ກ່ອນໄວ, ຜິວຄໍ້າ, ຜິວແຫ້ງແຫ່ວ ລວມທັງຄວາມສ່ຽງຂອງການເກີດພະຍາດມະເຮັງ, ພະຍາດຜິວໜັງ.
5. ວິຕາມິນເອ: ເປັນສານອາຫານທີ່ສໍາຄັນຂອງຜິວ ເນື່ອງຈາກການຂາດວິຕາມິນເອຈະສົ່ງຜົນເຮັດໃຫ້ຜິວແຫ້ງ, ຄັນ ຫຼື ເປັນຕຸ່ມໄດ້, ຍິ່ງໄປກວ່ານັ້ນ ວິຕາມິນຊະນິດນີ້ຍັງຮັບໜ້າທີ່ເປັນສານຕ້ານອະນຸມູນອິດສະຫຼະ ຊ່ວຍປົກປ້ອງຜິວຈາກແສງແດດ ຫຼຸດການສູນເສຍຄໍລາເຈນ, ຫຼຸດການອັດຕັນຂອງຮູຂຸມຂົນ ແລະ ບໍ່ເຖົ້າໄວ.
[ ຂໍ້ມູນຈາກ: POBPAD ]