3 ເດືອນຕົ້ນປີຫາດຊາຍຟອງ ເກັບລາຍຮັບໄດ້ເກີນແຜນ

42

ຫ້ອງການ-ການເງິນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ, ຕາມພາລະບົດບາດຮັບຜິດຊອບໃນການຄຸ້ມຄອງເກັບລາຍຮັບງົບປະມານໃນຂອບເຂດເມືອງຮັບຜິດຊອບ, ໂດຍການຊີ້ນໍາ-ນໍາພາຈັດຕັ້ງປະຕິບັດແຜນລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ໝົດປີ 2023 ຄາດວ່າຈະສາມາດປະຕິບັດລາຍຮັບໄດ້ເກີນແຜນການ, ຊຶ່ງສະແດງອອກໃນງວດ I ປະຕິບັດລາຍຮັບໄດ້ແລ້ວ 7,35 ຕື້ກວ່າກີບ, ທຽບໃສ່ແຜນງວດເທົ່າກັບ 103,92%.

ທ່ານ ຄໍາພູວຽງ ແກ້ວສຸພຣົມ ຫົວໜ້າຫ້ອງການ-ການເງິນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວ່າ: ຫ້ອງການ-ການເງິນເມືອງຫາດຊາຍຟອງ ແມ່ນເປັນກົງຈັກໜຶ່ງຂອງອົງການປົກຄອງເມືອງເຮັດໜ້າທີ່ເປັນເສນາທິການໃຫ້ແກ່ອົງການປົກຄອງເມືອງ ແລະ ພະແນກການເງິນນະຄອນຫຼວງວຽງຈັນໃນການຄຸ້ມຄອງວຽກງານການເງິນ ງົບປະມານ ແລະ ວິຊາການໃຫ້ມີຄວາມໂລ່ງລ່ຽນມີປະສິດທິພາບປະສິດທິຜົນ, ມີຄວາມເຂັ້ມແຂງທັນສະໄໝ ແລະ ລວມສູນໃນຂອບເຂດທົ່ວເມືອງ.

May be an image of 1 person
ປັດຈຸບັນຫ້ອງການ-ການເງິນເມືອງຫາດຊາຍຟອງ, ປະກອບມີພະນັກງານ-ລັດຖະກອນທັງໝົດ 25 ຄົນ, ຍິງ 5 ຄົນ, ພະນັກງານສົມບູນ 24 ຄົນ, ຍິງ 4 ຄົນ, ອາສາສະໝັກ 01 ຄົນ, ດ້ານກົງຈັກການຈັດຕັ້ງປະກອບມີ 02 ໜ່ວຍງານ ແລະ 02 ຂະແໜງສາຍຕັ້ງ. ປີ 2023 ຫ້ອງການ-ການເງິນເມືອງຫາດຊາຍຟອງໄດ້ຮັບຕົວເລກແຜນການຈັດເກັບລາຍຮັບໝົດປີຈໍານວນ 24,23 ຕື້ກີບ, ທຽບໃສ່ແຜນປີ 2022 ເພີ່ມຂຶ້ນ 5,64%. ໃນນີ້, ແຜນການຈັດເກັບລາຍຮັບສ່ວຍສາອາກອນ 22,88 ຕື້ກີບ, ຄຸ້ມຄອງຊັບສິນຂອງລັດ 1,35 ຕື້ກີບ, ແຜນການຈັດເກັບລາຍຮັບໃນງວດ I ປີ 2023 ຈໍານວນ 7,16 ຕື້ກີບ, ຜ່ານການຈັດຕັ້ງປະຕິບັດໃນງວດ I ສາມາດເກັບລາຍຮັບໄດ້ 7,44 ຕື້ກີບທຽບໃສ່ແຜນງວດເທົ່າກັບ 103,92% ແລະ ນັບແຕ່ຕົ້ນປີມາຮອດວັນທີ 26 ເມສາ 2023 ປະຕິບັດລາຍຮັບໄດ້ 9,76 ຕື້ກີບເທົ່າກັບ 40,33% ຂອງແຜນການປີ.

May be an image of 4 people, people studying, hospital, newsroom and text
ປັດຈຸບັນທົ່ວເມືອງຫາດຊາຍຟອງມີທັງໝົດ 36 ບ້ານລຽບຕາມແມ່ນໍ້າຂອງ, ມີບາງບ້ານປະກອບອາຊີບດ້ານກະສິກໍາ, ສ່ວນບັນດາບ້ານເຂດໃນເມືອງສ່ວນໃຫ່ຍກໍ່ແມ່ນຫົວໜ່ວຍປະກອບທຸລະກິດຄ້າຂາຍ ແລະ ເປັນທີ່ຕັ້ງຂອງສໍານັກງານຂອງຫົວໜ່ວຍທຸລະກິດ, ຊຶ່ງມີຫຼາຍຂັ້ນຄຸ້ມຄອງຄື: ຂັ້ນສູນກາງ, ຂັ້ນນະຄອນຫຼວງ ແລະ ຂັ້ນເມືອງເພາະເຫັນໄດ້ຈຸດພິເສດຄືແນວນັ້ນທາງເມືອງຫາດຊາຍຟອງ, ຈຶ່ງໄດ້ມີການຈັດຝຶກອົບຮົມ ແລະ ແນະນໍາໃຫ້ບັນດາຫົວໜ່ວຍທຸລະກິດ ທີ່ຂຶ້ນກັບເມືອງເຂົ້າຝຶກອົບຮົມເພື່ອຫັນເຂົ້າລະບົບຖືບັນຊີ, ຊຶ່ງສາມາດບັນລຸໄດ້ເກີນຄາດໝາຍທີ່ກໍານົດໄວ້, ບັນດາຫົວ ໜ່ວຍທຸລະກິດກໍ່ໃຫ້ການຮ່ວມມືເປັນຢ່າງດີໃນການນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນການປະຕິບັດວຽກງານ, ມີຄວາມສະດວກສະບາຍໃນການສະຫຼຸບກໍ່ຄືການສົ່ງລາຍງານເອກະສານລາຍງານການເງິນ ແລະ ສາມາດກວດກາໄດ້ລາຍຮັບຜ່ານລະບົບທີ່ທັນສະໄໝ.

May be an image of 2 people, street, road and text
ສະນັ້ນ, ເພື່ອເຮັດໃຫ້ການຈັດເກັບລາຍຮັບສາມາດບັນລຸໄດ້ຕາມລະດັບຄາດໝາຍທີ່ກໍານົດໄວ້ຫ້ອງການ-ການເງິນເມືອງຫາດຊາຍຟອງ, ຈະໄດ້ສືບຕໍ່ສູ້ຊົນຕາມແຜນວຽກທີ່ໄດ້ມີການກໍານົດໄວ້, ຜັນຂະຫຍາຍບົດແນະນໍາຂອງນະຄອນຫຼວງວຽງຈັນເປັນແຜນວຽກຢ່າງລະອຽດເປັນຕົ້ນ: ໄດ້ມີການມອບວຽກໃຫ້ພະນັກງານແຕ່ລະສະຫາຍມີການຊັບຊ້ອນ ແລະ ຕິດຕາມການປະຕິບັດວຽກງານຂອງແຕ່ລະບຸກຄົນ, ມີການຄຸ້ມຄອງນໍາໃຊ້ເຄື່ອງມືທີ່ທັນສະໄໝ ແລະ ໂຄສະນາເຜີຍແຜ່ໃຫ້ແກ່ຜູ້ປະກອບການມາມອບພັນທະທາງລະບົບທະນາຄານໃຫ້ຫຼາຍຂຶ້ນ, ປະສານສົມທົບເອົາຂໍ້ມູນຂ່າວສານລົງສູ່ການຈັດຕັ້ງປະຕິບັດໃນຂັ້ນບ້ານ ທົ່ວເມືອງຫາດຊາຍຟອງ, ກະກຽມສ້າງຄວາມພ້ອມໃນການສ້າງພື້ນຖານໂຄງລ່າງເຄື່ອງມື ແລະ ບຸກຄະລາກອນໃນການສ້າງເມືອງໃຫ້ກາຍເປັນຫົວໜ່ວຍງົບປະມານ, ຄຸ້ມຄອງລາຍຮັບທີ່ມີແລ້ວໂດຍການຈັດປະເພດຂອງຫົວໜ່ວຍ, ຊຶ່ງມີທັງໝົດ 1.674 ຫົວໜ່ວຍສໍາເລັດແລ້ວໃນປີຜ່ານມາ.

No photo description available.

ພ້ອມທັງສືບຕໍ່ຂຸດຄົ້ນແຫຼ່ງລາຍຮັບທີ່ບົ່ມຊ້ອນໂດຍສະເພາະແມ່ນການ ຈັດຕັ້ງປະຕິບັດແຈ້ງການຂອງລັດຖະມົນຕີກະຊວງການເງິນ ສະບັບເລກທີ 3177/ກງ ແລະ 2311/ກງ ກ່ຽວກັບການຈັດປະເພດຂອງຫົວໜ່ວຍວິສາຫະກິດ, ມີການໂຄສະນາເຜີຍແຜ່ກ່ຽວກັບການເສຍພາສີທີ່ດິນ ແລະ ຄ່າທໍານຽມທາງຜ່ານຊ່ອງທາງຕ່າງໆ, ສໍາລັບວຽກການຄຸ້ມຄອງຊັບສິນຂອງລັດກໍ່ໄດ້ມີການສັງລວມເກັບກໍາຂໍ້ມູນທີ່ດິນການນໍາໃຊ້ທີ່ອະນຸຍາດໃຫ້ບຸກຄົນ, ນິຕິບຸກຄົນນໍາໃຊ້ແຕ່ບໍ່ທັນເຮັດສັນຍາເຊົ່າກໍ່ໄດ້ມີການແຕ່ງຕັ້ງຄະນະກໍາມະການຮັບຜິດຊອບເພື່ອຕິດຕາມການເກັບຄ່າຊັບພະຍາກອນດິນດໍາ, ດິນແດງ ແລະ ແຮ່ຊາຍໃຫ້ຖືກຕ້ອງສອດຄ່ອງຕາມລະບຽບການ.