ໂຊກໄຊ ຈະເລີນການຄ້າ ພ້ອມເປັນຕົວແທນຈໍາໜ່າຍຕະພັນກາເຟດາວຢູ່ໃນລາວ ແລະ ຕ່າງປະເທດ

133

ເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດ ຕະພັນກາເຟດາວ ຢ່າງເປັນທາງການ ລະຫວ່າງ ບໍລິສັດ ກາເຟດາວ ຈໍາກັດ ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ເມື່ອວັນທີ 5 ພຶດສະ ພາ 2023 ທີ່ ໂຮງແຮມລາວພລາຊາ ໂດຍການລົງນາມ ຂອງ ທ່ານ ວັນນະດາ ພົມມະສະຖິດ ຜູ້ອໍານວຍການໃຫຍ່ ບໍລິສັດ ກາເຟດາວ ຈໍາກັດ ແລະ ທ່ານ ໂຊກໄຊ ສົມໃຈນຶກ ປະທານ ໂຊກໄຊຈະເລີນການຄ້າ ຈໍາກັດຜູ້ດຽວ ເຊິ່ງມີບັນດາທ່ານລັດຖະມົນຕີ, ທ່ານເຈົ້າແຂວງໆຈໍາປາສັກ, ທ່ານຮອງລັດຖະມົນ ຕີ, ທ່ານຫົວໜ້າກົມ-ຮອງກົມຈາກກະຊວງກ່ຽວຂ້ອງ, ຕາງໜ້າຈາກບັນດາຂະແໜງການຂອງແຂວງຈໍາປາສັກ, ຕາງໜ້າຄະນະຜູ້ບໍລິຫານລະດັບສູງຂອງທັງສອງຝ່າຍເຂົ້າຮ່ວມ.

May be an image of 15 people and text
ບໍລິສັດ ກາເຟດາວ ຈໍາກັດ ເປັນຜູ້ຜະລິດກາເຟລາວ ທີ່ມີຄຸນນະພາບສູງ ດ້ວຍເຄື່ອງຈັກທີ່ທັນສະໄໝ ໄດ້ມາດຕະຖານສາກົນ ແລະ ມີຊື່ສຽງໂດ່ງດັງທັງພາຍໃນ ແລະ ຕ່າງປະເທດ. ໂດຍຫຼິງເຫັນໄດ້ເຖິງຄວາມສໍາຄັນຂອງການປູກກາເຟ ໂດຍສະເພາະຊາວກະສິກອນຢູ່ເຂດພູພຽງບໍລິເວນ ໃນການສ້າງວຽກເຮັດງານທໍາ, ສ້າງລາຍໄດ້ກໍຄືການຫັນເປັນອຸດສາຫະກໍາປຸງແຕ່ງກະສິກໍາ, ການສ້າງຜະລິດຕະພັນແບຣນລະດັບຊາດຂອງລາວ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕັດສິນໃຈເຂົ້າຖືຮຸ້ນ ແລະ ພວມສຸມໃສ່ ປັບປຸງລັດວິສາຫະກິດດັ່ງກ່າວ ໂດຍເປີດກວ້າງການຮ່ວມມື ກັບພາກທຸລະກິດເອກະຊົນພາຍໃນ ຕາມທິດສ້າງຄວາມເຂັ້ມແຂງ ແລະ ຍືນຍົງ ເພື່ອສ້າງລັດວິສາຫະກິດຕົວແບບໃນການສ້າງຖານລາຍຮັບເຂົ້າງົບປະມານ ແລະ ສົ່ງເສີມການສົ່ງອອກ ເພື່ອຍາດແຍ່ງເງິນຕາຕ່າງປະເທດ.

May be an image of 1 person and dais

ໃນນັ້ນ, ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ເປັນໜຶ່ງໃນບໍລິສັດລາວ ທີ່ມີປະສົບການສູງໃນການເປັນຕົວແທນຈໍາໜ່າຍ ຫຼາກຫຼາຍສິນຄ້າຊື່ດັງລະດັບໂລກ ທີ່ເປັນທີ່ຮູ້ຈັກກັນດີ ທັງພາຍໃນ ແລະ ຕ່າງປະເທດ, ທັງມີລະບົບສາງ, ການຂົນສົ່ງ ແລະ ຕາໜ່າງຈັດຈໍາໜ່າຍຫຼາຍກວ່າ 3.000 ຮ້ານຄ້າ, ມີຈຸດຮັບ-ຝາກເຄື່ອງ (Drop Point) ບໍລິການຈັດສົ່ງດ່ວນຫຼາຍກວ່າ 300 ສາຂາ ໃນຂອບເຂດທົ່ວປະເທດ, ພ້ອມທັງມີເຄືອຂ່າຍການພົວພັນຮ່ວມທີ່ມືກວ້າງຂວາງຢູ່ພາຍໃນ ແລະ ຕ່າງປະເທດ ຈິ່ງໄດ້ຈັບມືກັບ ບໍລິສັດກາເຟດາວ ຈໍາກັດ ເພື່ອເປັນຄູ່ ຮ່ວມຍຸດທະສາດທາງທຸລະກິດ ແນໃສ່ເສີມສ້າງຄຸນຄ່າຂອງຜະລິດຕະພັນ “ແບຣນກາເຟລາວ” ໃຫ້ສູງຂຶ້ນ ສາມາດແຂ່ງຂັນດ້ານການຕະຫຼາດກັບຜະລິດຕະພັນອື່ນໆທັງຢູ່ພາຍໃນ ແລະ ຕ່າງປະເທດ.

May be an image of 1 person
ພິທີເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ກາເຟດາວ ຢ່າງເປັນທາງການ ລະຫວ່ າງ ບໍລິສັດ ກາເຟດາວ ຈໍາກັດ ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ແມ່ນໄດ້ຜ່ານຂະບວນການປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ຕົວຈິງ, ບົນພື້ນຖານຄວາມເຫັນດີເປັນເອກະພາບຂອງສອງຝ່າຍ ໃນການຍົກສູງຄຸນນະພາບການຜະລິດ ລວມທັງການໃຫ້ບໍລິການໃນຮູບແບບ OEM ແລະ ສ້າງຕົວແທນຈໍາໜ່າຍທີ່ໄດ້ມາດຕະຖານ ເພື່ອຂະຫຍາຍການຜະລິດ ແລະ ຈັດຈໍາໜ່າຍຜະລິດຕະພັນກາເຟລາວ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ.

May be an image of 6 people, dais and text
ການຮ່ວມມື ທາງຍຸດທະສາດຂອງສອງຝ່າຍໃນຄັ້ງນີ້ຈະປະກອບສ່ວນເຂົ້າໃນການພັດທະນາເສດ ຖະກິດ – ສັງຄົມຂອງປະເທດລາວ ເວົ້າລວມ, ເວົ້າສະເພາະກໍແມ່ນບັນດາແຂວງພາກໃຕ້ ຜ່ານການສ້າງມູນຄ່າເພີ່ມ ແລະ ຍົກລະດັບອຸດສາຫະກໍາກາເຟລາວໃຫ້ໄດ້ຕາມມາດຕະຖານສາກົນ ດ້ວຍນະວັດຕະກໍາ, ການບໍລິການ ແລະ ຜະລິດຕະພັນໃນຮູບແບບຕ່າງໆ ແນໃສ່ການປະກອບສ່ວນຢ່າງຕັ້ງໜ້າ ໃນວຽກງານສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການເງິນຂອງຊາດ.

ໃນໂອກາດນີ້, ບັນດາການນໍາລັດຖະບານທັງສູນກາງ ແລະ ທ້ອງຖິ່ນ, ກໍຄືຄະນະຜູ້ບໍລິຫານທັງສອງຝ່າຍ ກໍຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ກໍຄືຄົນເຊື້ອຊາດລາວທີ່ຢູ່ຕ່າງ ປະເທດໃຫ້ຫັນມາຊົມໃຊ້ຜະລິດຕະພັນລາວ ໂດຍສະເພາະກາເຟຂອງລາວ ເຊິ່ງປັດຈຸບັນກໍມີຄຸນນະພາບບໍ່ໄດໜ້ອຍໜ້າຜະລິດຕະພັນຊາດອື່ນໃດໃນໂລກ.