ເຜີຍຮູບຮ່າງ Mitsubishi XRT Concept ຫຼື Mitsubishi Triton 2023 ໃໝ່

87

Mitsubishi XRT Concept ຫຼື Mitsubishi Triton 2023 ຮູບຮ່າງໃໝ່ ປາກົດຕົວຢ່າງເປັນທາງການ ໃນງານ Motor Show 2023 ໂດຍ Mitsubishi Triton 2023 ຈະເປັນໜຶ່ງໃນລົດໃໝ່ ທີ່ມີກໍານົດເປີດໂຕໃນປະເທດໄທ ທ້າຍປີນີ້.


Mitsubishi XRT Concept ການອອກແບບພາຍນອກ ໂດຍຈະຍັງຮັກສາໄວ້ເອກະລັກ Dynamic Shield ຄືກັບລຸ້ນກ່ອນໜ້ານີ້ ແຕ່ສັດສ່ວນເປັນລ່ຽມຊັດເຈນຂຶ້ນທັງໝົດ ກະຈັ່ງໜ້າຂອງຊ້ອງດັກອາກາດຂະໜາດໃຫຍ່ ເສັ້ນສາຍຕ່າງໆ ສອດຮັບກັນຊົນໄຟໜ້າມີ ຄວາມເປັນລ່ຽມມູມເບິ່ງສະປອດ ດຸດັນ ມີແຜງກັນຊົນ ຄິ້ວລໍ້ລົດອອກແບບໂປ່ງຮອງຮັບການຂັບຂີ່ແບບລຸຍໆ ຕິດຕັ້ງຢາງລຸຍຂີ້ຕົ້ມ ( mud-terrain ) ຂັ້ນໄດຂ້າງເປັນເຫຼັກຂະໜາດໃຫຍ່ ພ້ອມຕົກແຕ່ງດ້ວຍລາຍຂີດ 10 ເສັ້ນທີ່ເປັນສັນຍາລັກການຕົກແຕ່ງຂອງ Ralliart ສ່ວນຂອງແບບໂຕຖັງມີໃຫ້ເລືອກທັງ 2 ແລະ 4 ປະຕູ.

ສ່ວນການອອກແບບພາຍໃນ ແລະ ສະເປັກຂອງເຄື່ອງຈັກ ຍັງບໍ່ທັນໄດ້ຮັບການຢືນຢັນຈາກຜູ້ພັດທະນາ ຕ້ອງໄດ້ຕິດຕາມກັນຕໍ່ໄປ ແຕ່ຮັບຮອງວ່າການປັບໂສມຄັ້ງນີ້ ທາງຄ້າຍຜະລິດກໍຈັດເຕັມເລື່ອງອັອບຊັ້ນການຂັບຂີ່ທີ່ທັນສະໄໝ ລວມທັງເຄື່ອງຈັກທີ່ຕ້ອງໄດ້ອັບເກດຂຶ້ນແນ່ນອນ.

ສໍາລັບ Mitsubishi Triton 2023 ຖືເປັນການປ່ຽນຮູບໂສມໃນຮອບ 10 ປີ ຫຼັງຈາກເຈາະຕະຫຼາດມາດົນ ແລະ ຜ່ານການ Big Minorchange ເປັນເຖິງ 2 ຄັ້ງ.