ສັນນິບາດອາຣັບ ຮັບຊີເຣຍ ກັບສູ່ສະມາຊິກອີກຄັ້ງ

11

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ພຶດສະພາ 2023 ວ່າ: ໃນກອງປະຊຸມລັດຖະມົນຕີຕ່າງປະເທດສັນນິບາດອາຣັບ ຈັດຂຶ້ນໃນປະເທດເອຢິບ ໄດ້ມີມະຕິເປັນເອກະສັນຮັບເອົາ ຊີເຣຍ ກັບເຂົ້າເປັນສະມາຊິກອີກຄັ້ງ, ຫຼັງຖືກໂຈະເປັນເວລາຫຼາຍປີ ຈາກການທີ່ຜູ້ນຳຊີເຣຍ ສັ່ງປາບປາມຜູ້ປະທ້ວງຕໍ່ຕ້ານລັດຖະບານ ຈົນສະຖານະການບານປາຍ ເຮັດໃຫ້ປະເທດເຂົ້າສູ່ສົງຄາມກາງເມືອງ ຕັ້ງແຕ່ເດືອນມີນາ 2011 ຈົນຮອດປັດຈຸບັນ ເຮັດໃຫ້ມີຜູ້ເສຍຊີວິດຫຼາຍແສນຄົນ ແລະ ມີຊາວຊີເຣຍ 23 ລ້ານກວ່າຄົນຕ້ອງກາຍເປັນຜູ້ລີ້ໄພ.

ທາງດ້ານເລຂາທິການສັນນິບາດອາຣັບ ເປີດເຜີຍວ່າ: ຊີເຣຍ ຖືວ່າເປັນ “ ສະມາຊິກຜູ້ມີອຳນາດເຕັມ ” ຂອງສັນນິບາດອາຣັບ ສາມາດເຂົ້າຮ່ວມກອງປະຊຸມ, ອອກສຽງ ແລະ ລົງມະຕິໄດ້ເຊັ່ນດຽວກັນກັບປະເທດສະມາຊິກອື່ນໆ, ສ່ວນຜູ້ນຳຊີເຣຍ ກໍສາມາດເດີນທາງໄປເຂົ້າຮ່ວມກອງປະຊຸມສຸດຍອດຜູ້ນຳສັນນິບາດອາຣັບ ທີ່ຈະຈັດຂຶ້ນໃນວັນທີ 19 ພຶດສະພາ 2023 ທີ່ຊາອຸດິດ ອາຣັບບີ ເປັນເຈົ້າພາບໄດ້.