4 ເດືອນຕົ້ນປີນີ້ ຫວຽດນາມ ເກີນດຸນການຄ້າ 6,35 ພັນລ້ານໂດລາ

112

ຂ່າວຫວຽດນາມ ລາຍງານວ່າ: ໃນໄລຍະ 4 ເດືອນທໍາອິດຂອງປີນີ້, ຍອດມູນຄ່າການນໍາເຂົ້າ – ສົ່ງອອກຂອງຫວຽດນາມ ຢູ່ທີ່ປະມານ 210,79 ພັນລ້ານໂດລາ ຫຼຸດລົງ 13,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ແຕ່ຍັງເກີນດຸນການຄ້າ 6,35 ພັນລ້ານໂດລາ.

ไม่มีคำอธิบายรูปภาพ

ລາຍງານລະບຸວ່າ: ການສົ່ງອອກສິນຄ້າໂພກກະພັນ ໃນ 4 ເດືອນ ມີມູນຄ່າປະມານ 108,57 ພັນລ້ານໂດລາ ຫຼຸດລົງ 11,8% ຈາກໄລຍະດຽວກັນຂອງປີຜ່ານມາ ເຊິ່ງ 20 ລາຍການສິນຄ້າທີ່ມີມູນຄ່າການສົ່ງອອກຫຼາຍກວ່າ 1 ພັນລ້ານໂດລາ ( ຫຼຸດລົງ 2 ລາຍການ ເມື່ອທຽບໃນໄລຍະດຽວກັນຂອງປີຜ່ານມາ ) ຄິດເປັນ 83,8% ຂອງມູນຄ່າສົ່ງອອກ ແລະ ມີສິນຄ້າສົ່ງອອກ 5 ລາຍການ ທີ່ມີມູນຄ່າກວ່າ 5 ພັນລ້ານໂດລາ ຄິດເປັນ 57,4%, ດ້ານຕະຫຼາດສົ່ງອອກ ມີອາເມຣິການ ເປັນຕະຫຼາດສົ່ງອອກທີ່ໃຫຍ່ທີ່ສຸດ ມີມູນຄ່າຊື້ -ຂາຍປະມານ 28,45 ພັນລ້ານ ຫຼຸດລົງ 21% ຈາກໄລຍະດຽວກັນຂອງປີຜ່ານມາ; ຮອງລົງມາແມ່ນ ຈີນ 16,4 ພັນລ້ານໂດລາ ຫຼຸດລົງ 7,9%; ສະຫະພາບເອີຣົບ 13,66 ພັນລ້ານໂດລາ ຫຼຸດລົງ 14,1%.

ไม่มีคำอธิบายรูปภาพ

ສຳລັບການນໍາເຂົ້າ ປະມານ 102,22 ພັນລ້ານໂດລາ ຫຼຸດລົງ 15,4% ຈາກໄລຍະດຽວກັນຂອງປີຜ່ານມາ ເຊິ່ງຄິດເປັນ 86% ຂອງມູນຄ່ານໍາເຂົ້າທັງໝົດ. ກຸ່ມສິນຄ້ານໍາເຂົ້າໄດ້ແກ່ວັດຖຸດິບ ແລະ ວັດສະດຸເສີມ ສຳລັບການຜະລິດໃນປະເທດ ມູນຄ່າປະມານ 88 ພັນລ້ານໂດລາ ຫຼຸດລົງ 18% ເມື່ອທຽບໃສ່ໄລຍະດຽວຂອງປີຜ່ານມາ; ສໍາລັບກຸ່ມສິນຄ້າທີ່ຕ້ອງຈໍາກັດແມ່ນຫຼຸດລົງໄດ້ 2,8% ໃນໄລຍະ 4 ເດືອນຜ່ານມາ ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງຢູ່ທີ່ 6,6% ພັນລ້ານໂດລາ.

ດ້ານອຸດສາຫະກຳການຜະລິດໃນປະເທດ ຂຶ້ນກັບຕະຫຼາດໂລກ ເນື່ອງຈາກຜົນຜະລິດໃນປະເທດມີຫຼາຍເກີນຄວາມຕ້ອງການ ໂດຍສະເພາະເຄື່ອງຕັດຫຍິບ, ເກີບ, ອຸປະກອນເອເລັກໂຕຣນິກ ເຊິ່ງມີພຽງ 10% ທີ່ຈໍາໜ່າຍ ເພື່ອສະໜອງຄວາມຕ້ອງການພາຍໃນ ແລະ ທີ່ເຫຼືອ 90% ເພື່ອສົ່ງອອກ.