ເຮັດໜຶ້ງໄຂ່ ຫຼື ປີ້ງໄຂ່ ໄວ້ກິນເອງ

150

ໜຶ້ງໄຂ່ ເປັນເມນູທີ່ຫຼາຍຄົນລຶ້ງຢູ່ແລ້ວ ເພາະເປັນເມນູດຽວກັບປີ້ງໄຂ່ທີ່ຂາຍທົ່ວໄປ ພຽງແຕ່ຫຼັງຈາກໜຶ້ງສຸກແລ້ວເອົາມາປີ້ງອີກໃຫ້ຫອມເທົ່ານັ້ນເອງ ແລະ ມື້ນີ້ຄໍລຳອາຫານໄດ້ນຳເອົາວິທີເຮັດໜຶ້ງໄຂ່ມາແນະນຳ ເພື່ອຫຼາຍຄົນຈະໄດ້ລອງເອົາໄປເຮັດກິນເອງ.

▶ວັດຖຸດິບ: ໄຂ່ໄກ່ ( ແລ້ວແຕ່ຈຳນວນທີ່ຈະເຮັດ ), ເກືອ, ຄະ ນໍ, ແປ້ງນົວ, ພິກໄທດຳ, ໄມ້ສຽບ, ຫອມບົ່ວ, ຊັອດຫອຍ.
▶ວິທີເຮັດ: ລ້າງໄຂ່ໃຫ້ສະອາດທັງເປືອກ, ຈາກນັ້ນກໍເຈາະໄຂ່ດ້ານໜຶ່ງໃຫ້ເປັນຮູນ້ອຍແລ້ວເທໄຂ່ຂາວ ແລະ ໄຂ່ແດງອອກມາໃຫ້ໝົດ ( ເປືອກເກັບໄວ້ ) ຈາກນັ້ນກໍນຳໄປປະສົມກັບ ເກືອ, ຄະນໍ, ແປ້ງນົວ, ພິກໄທດຳ, ຫອມບົ່ວ, ຊັອດຫອຍ ( ຖ້າບໍ່ມັກບໍ່ໃສ່ກໍໄດ້) ເມື່ອເຂົ້າກັນແລ້ວໃຫ້ນຳໄປປັ່ນ ຫຼື ຕີໃຫ້ເຂົ້າກັນໃຫ້ໄຂ່ແຕກໂຕ ແລ້ວຊີມລົດຊາດປຸງຕາມໃຈມັກ ຈາກນັ້ນກໍຊອຍຫອມບົ່ວແບບຖີ່ໆລົງ.

ຈາກນັ້ນກໍນຳເປືອກໄຂ່ໄປວາງລຽນໃນໝໍ້ຊຶງ ແລ້ວຄ່ອຍໆຕັກໄຂ່ທີ່ຕີແລ້ວລົງໄປໃນປໍ້ໄຂ່ຄືນ ( ຊອກແນວມາຂັ້ນເພື່ອບໍ່ໃຫ້ໄຂ່ລົ້ມ ) ຈາກນັ້ນກໍນຳໄປໜຶ້ງໃຫ້ໄຂ່ສຸກ ( ປະມານ 30 – 40 ນາທີ ) ເທົ່ານີ້ທ່ານກໍຈະໄດ້ໄຂ່ໜຶ້ງກິນແລ້ວ ແລະ ຖ້າຢາກເຮັດເປັນໄຂ່ປີ້ງກໍສາມາດນຳເອົາໄປປີ້ງຕໍ່ໄດ້.
[ ໂດຍ: ນົກແຕນແວນ ]