ໄຂ້ມາລາເຣຍ ພະຍາດທີ່ທຸກຄົນຄວນໃສ່ໃຈ ແລະ ປ້ອງກັນ

56

ໄຂ້ມາລາເຣຍເກີດຈາກເຊື້ອປະຣາຊິດຊະນິດໜຶ່ງ ( ເອີ້ນວ່າ ແພຼດສ໌ໂມດຽມ ( Plasmodium ) ທີ່ຕິດຕໍ່ຫາຄົນໂດຍມີຍຸງກົ້ນປ່ອງ ( ມີຊື່ສາກົນວ່າ “ Anopheles” ) ເປັນພາຫະນະ ເຊິ່ງສ່ວນໃຫຍ່ແລ້ວ ພວກມັນມັກກັດຄົນ ຫຼື ອອກຫາກິນແຕ່ໃນເວລາກາງຄືນ. ເຊື້ອໄຂ້ມາລາເຣຍ ຖ້າປາສະຈາກຢາປິ່ນປົວ ກໍສາມາດເປັນຄືນໄດ້ອີກຫຼາຍຄັ້ງ ຍ້ອນວ່າເຊື້ອປາຣາຊິດທີ່ພາໃຫ້ເປັນມາລາເຣຍຢູ່ໃນຕັບຂອງຄົນເຈັບ. ຢາປິ່ນປົວຊ່ວຍໃຫ້ຄົນເຈັບຫາຍດີໄດ້ ໂດຍການອອກລິດກຳຈັດເຊື້ອປາຣາຊິດ ທີ່ເປັນຕົ້ນຕໍຂອງໄຂ້ມາລາເຣຍນັ້ນ.

ພະຍາດໄຂ້ມາລາເຣຍເປັນອັນຕະລາຍຫຼາຍເປັນພິເສດສຳລັບເດັກອ່ອນ, ເດັກນ້ອຍອາຍຸຕ່ຳກວ່າ 5 ປີ, ແມ່ຍິງຖືພາ ແລະ ຜູ້ທີ່ມີເຊື້ອ HIV. ເມື່ອຖືພາ ຫຼື ຕິດເຊື້ອເອັສໄອວີ ( HIV ) ຫຼື ມີອາການເຈັບເປັນອື່ນໆ ຈະເຮັດໃຫ້ຮ່າງກາຍຄົນເຈັບອ່ອນແອ ແລະ ຕ້ານທານການຕິດເຊື້ອບໍ່ໄດ້ດີ, ສະນັ້ນການຕິດເຊື້ອມາລາເຣຍ ແລະ ມີອາການໄຂ້ມາລາເຣຍຮຸນແຮງນັ້ນມີໂອກາດເປັນໄປໄດ້ສູງ.
ອາການສະແດງອອກຂອງໄຂ້ມາລາເຣຍ: ອາການໄຂ້ອາດຈະບໍ່ແຮງແຕ່ມັນມັກມີໄຂ້ຂຶ້ນສູງ 39 ອົງສາ C ຫຼື ສູງກວ່ານັ້ນ, ໜາວສັ່ນ, ເຫື່ອອອກ, ເຈັບຫົວ, ເຈັບປວດຕາມຮ່າງກາຍ, ປວດຮາກ, ບໍ່ຢາກອາຫານ, ຮ່າງກາຍຫຼ່າເຫຼືອງ ແລະ ອ່ອນແອຍ້ອນພະຍາດເລືອດຈາງ, ຜິວໜັງ ແລະ ຕາຊີດເຫຼືອງພໍປະມານ ( ສ່ວນຂອງຕາຂາວ ຫຼື ຜິວໜັງຂອງຜູ້ທີ່ມີສີຜິວແຈ້ງແດ່ນັ້ນ ຈະມີສີເຫຼືອງ ), ມ້າມໃຫຍ່ ການກວດເລືອດຈະເປັນການຢືນຢັນໄດ້ວ່າຄົນເຈັບເປັນໄຂ້ມາລາເຣຍແທ້ ຫຼື ບໍ່.

ວິທີຮັບມື ແລະ ປ້ອງກັນ ພະຍາດໄຂ້ມາລາເຣຍ ປະຕິບັດດັ່ງນີ້:
– ຖ້າມີໄຂ້, ຮາກ ຫຼື ມີອາການຖອກທ້ອງ, ຄົນເຈັບໄຂ້ມາລາເຣຍຈຳເປັນຈະຕ້ອງໄດ້ພັກຜ່ອນ ແລະ ດື່ມນ້ຳສະອາດ, ກິນແກງ ແລະເຄື່ອງດື່ມທົດແທນສານ ນ້ຳ.
– ເຖິງວ່າຈະຮູ້ສຶກດີຂຶ້ນແລ້ວກໍຕາມ, ກິນຢາໃຫ້ຄົບຕາມທີ່ແພດສັ່ງ. ຖ້າກິນຢາບໍ່ຄົບຕາມກຳນົດຕາມທີ່ແພດສັ່ງ, ມາລາເຣຍອາດຈະກັບມາເປັນຄືນອີກ ແລະ ຢາທີ່ໃຊ້ປິ່ນປົວຢູ່ນັ້ນກໍອາດຈະໃຊ້ບໍ່ໄດ້ຜົນອີກຕໍ່ໄປ.
– ການນອນໃນມຸ້ງທີ່ຍ້ອມນໍ້າຢາກັນຍຸງແມ່ນວິທີການປ້ອງກັນໄຂ້ມາລາເຣຍທີ່ດີທີ່ສຸດວິທີໜຶ່ງ. ມຸ້ງດັ່ງກ່າວນີ້ແມ່ນຍ້ອມດ້ວຍຢາກັນຍຸງໜຶ່ງ ຫຼື ຫຼາຍຊະນິດກວ່ານັ້ນ ເຊິ່ງກໍຖືວ່າຂ້ອນຂ້າງຈະປອດໄພ ໂດຍສະເພາະຖ້າທຽບໃສ່ກັບການຕິດເຊື້ອພະຍາດໄຂ້ມາລາເຣຍ.

– ແຕ່ງກາຍມິດຊິດ ສວມໃສ່ເສື້ອ ແລະ ໂສ້ງຂາຍາວເມື່ອອອກຈາກເຮືອນ
– ທໍາລາຍພາຊະນະທີ່ບໍ່ຈໍາເປັນ ເພາະອາດມີນໍ້າຂັງໄດ້ ແລະ ພາຊະນະທີ່ໃຊ້ເກັບນໍ້າຕ້ອງມີຝາປິດລະອຽດ.
– ລ້ຽງປານ້ອຍ ( ປາຫາງນົກຍຸງ ) ໃນບໍ່ ຫຼື ອ່າງນໍ້າ ເພື່ອກໍາຈັດລູກນໍ້າ ຫຼື ຕົວອ່ອນຂອງຍຸງລາຍ
– ປັບປຸງສິ່ງແວດລ້ອມໃນເຮືອນ ແລະ ນອກເຮືອນໃຫ້ເປັນລະບຽບ, ບໍ່ອັບ, ໃຫ້ສະອາດຢູ່ສະເໝີ.
– ໄປຮັບວັກຊີນປ້ອງກັນໄຂ້ເລືອດອອກ ເປັນວິທີທີ່ຊ່ວຍຫຼຸດຄວາມສ່ຽງໃນການຕິດເຊື້ອ ເຊິ່ງຈະຊ່ວຍໃຫ້ຮ່າງກາຍມີພູມຄຸ້ມກັນຕໍ່ເຊື້ອພະຍາດນີ້ ຖ້າຕິດເຊື້ອກໍຈະຊ່ວຍຫຼຸດຄວາມຮຸນແຮງ ແລະ ຄວາມອັນຕະລາຍຂອງພະຍາດໄດ້.

[ ຂໍ້ມູນຈາກ: ສູນຂ່າວສານການແພດສຸຂະສຶກສາ ]