ກັບມາແກ້ມື! ແລະຍັງຂຶ້ນແທ່ນຕົວເຕັງອີກຄັ້ງ ວັນ ບັດແສງ ວົງຈັນທຳ

123

ການກັບມາເທື່ອນີ້ຂອງສາວໜ້າຄົມສຸດມີສະເໜ່ ຍັງເປັນທີ່ຕິດຕາມອີກຄັ້ງ ເຖິງແມ່ນວ່າໃນການປະກວດປີທີ່ຜ່ານມາຈະໄປຄວ້າມົງມາຄອງບໍ່ໄດ້ ແຕ່ນ້ອງຄົນນີ້ກໍບໍ່ຢຸດພັດທະນາ ແລະ ຕາມຫາຝັນຂອງຕົນເອງ ແລະ ໃນຕອນນີ້ ກໍຂຶ້ນແທ່ນຕົວເຕັງອີກຄັ້ງທັນທີ ສໍາລັບນ້ອງ ວັນ ບັດແສງ ວົງຈັນທຳ Top 6 Miss Universe Laos 2021.

ແລະຫຼ້າສຸດສາວງາມສຸດໝັ້ນຄົນນີ້ ກໍໄດ້ເຂົ້າຄັດເລືອກກັບຄະນະກຳມະການຊົງຄຸນນະວຸດທຸກໆທ່ານດ້ວຍຄວາມໝັ້ນໃຈ ພ້ອມກັບຊຸດສີມ່ວງງົດງາມແບບນາງພະຍາສຸດໆ ເຂົ້າຮ່ວມຮອບຄັດເລືອກດັ່ງກ່າວ ຝາກແຟນໆເຊຍໃຫ້ກຳລັງໃຈນ້ອງແດ່ເດີ ການກັບມາຂອງນ້ອງເທື່ອນີ້ ແນ່ນອນວ່າຕ້ອງກຽມພ້ອມມາຊີງມົງກຸດຢ່າງເຕັມທີ່ແນ່ນອນ ສະນັ້ນ, ຖ້າຕິດຕາມໄປນໍາກັນ.
ໃນການກັບມາຄັ້ງນີ້ ວັນ ບັດແສງ ຍັງໄດ້ບອກວ່າ “ ການກັບມາໃນຄັ້ງນີ້ ນັບວ່າເປັນການກັບມາທີ່ດີທີ່ສຸດ ດ້ວຍເປົ້າໝາຍທີ່ຊັດເຈນ ດ້ວຍຄວາມມຸ່ງໝັ້ນ ດ້ວຍຄວາມສູ້ທີ່ບໍ່ຍອມຖອຍ ວັນເກັບເອົາບົດຮຽນ ແລະ ຈຸດຜິດພາດມາແກ້ໄຂ.

ເພື່ອທີ່ຈະເປັນ ວັນ ບັດແສງ ວົງຈັນທຳ Version ໃໝ່ ” ເອີ້ນໄດ້ວ່າເປັນການປຸກພະລັງໃຫ້ຕົນເອງໄດ້ດີທີ່ສຸດ ເຊຍໆແນ່ນອນຖ້າຕິດຕາມການປ່ຽນ ແລະ ໂສມໜ້າໃໝ່ຂອງການປະກວດຄັ້ງນີ້ໄດ້ເລີຍ.
ສໍາລັບນ້ອງບັດແສງ ວົງຈັນທຳ ປັດຈຸບັນ ອາຍຸ 20ປີ ເປັນສາວງາມມາຈາກເມືອງວັງວຽງ, ແຂວງວຽງຈັນ ສະຖານທີ່ສຶກສາ ວິທະຍາໄລເຕັກນິກປາກປ່າສັກພາກວິຊາ ການໂຮງແຮມ ແລະ ການທ່ອງທ່ຽວ ແລະ ທີ່ຜ່ານມາແມ່ນເຄີຍປະກວດເວທີ Hot guys & sexy girl2021 ໄດ້ຮອງອັນດັບ1 ແລະ ເວທີ Miss Universe Laos 2021 ໄດ້ Top 6 ນັ້ນເອງ.

ວັນ ເປັນຍິງຄົນໜຶ່ງທີ່ມີ ຄວາມໃຝ່ຝັນຢາກເປັນນາງງາມ ແລະ ເຮັດວຽກໃນວົງການບັນເທີງມາຕັ້ງແຕ່ນ້ອຍ ເພາະຢາກແບ່ງເບົາພາລະຂອງຄອບຄົວມັນເປັນສິ່ງທີ່ຂ້ອຍໃຝ່ຝັນ ແລະ ມີຄະຕິປະຈຳໃຈແມ່ນ “ ເຮົາຈະທໍ້ບໍ່ໄດ້ ຖ້າເຮົາຍັງສູ້ໄປບໍ່ໄປຮອດຄວາມຝັນ”.
ຈຸດເດັ່ນຂອງສາວງາມຄົນນີ້ຄື ແມ່ນຄວາມທີ່ເປັນຄົນມີໜ້າອັນຫຼ່ຽມຄົມ ທີ່ເປັນສະເໜ່ ແລະ ຄວາມງາມບໍ່ມີຂີດຈຳກັດເພາະທຸກຄົນງາມມາຈາກພາຍໃນສູ່ພາຍນອກ ແລະ ບຸກຂະລິກກະພາບ ແລະ ສັກກະຍະພາບຄວາມຕັ້ງໃຈຂອງນ້ອງທີ່ມີ ຈະສາມາດເອົາຊະນະໃຈກຳມະການໄດ້ແນ່ນອນ.
ກິດຈະກຳຍາມວ່າງແມ່ນມັກທີ່ຈະຟັງເພງ ແລະ ເບິ່ງວີດີໂອການປະກວດນາງງາມ ຜົນງານປັດຈຸບັນແມ່ນກຳລັງລົງປະກວດ Miss Universe Laos 2023 ນັ້ນເອງ ຝາກເຊຍ ແລະ ເປັນກຳລັງໃຈໃຫ້ສາວວັງວຽງແດ່ເດີ Budseng Vongchanthum.