ຂ່າວດີມາແລ້ວ ຈະມີຟ້າຮ້ອງຝົນຕົກແຮງໃນທຸກພາກຂອງລາວ

253

ໃນອາທິດຜ່ານມາທົ່ວທຸກພາກຂອງປະເທດລາວເຮົາແມ່ນໄດ້ປະເຊີນກັບບັນຫາສະພາບອາກາດທີ່ຮ້ອນເອົາ ອັນເປັນຜົນເນື່ອງມາຈາກ ຄວາມກົດດັັນຕ່ຳຂອງອາກາດຮ້ອນ ແມ່ນຂ້ອນຂ້າງແຮງ ແລະ ປົກຄຸມໃນທົ່ວທຸກພາກຂອງປະເທດສົ່ງຜົນເຮັດໃຫ້ອາກາດຮ້ອນອົບເອົ້າ ແລະ ສົ່ງຜົນກະທົບຕໍ່ການດຳລົງຊີວິດຂອງປະຊາຊົນໃນທົ່ວທຸກພາກ.

No photo description available.

ແນວໃດກໍ່ຕາມພະຍາກອນອາກາດປະຈໍາວັນທີ 08 ພຶດສະພາ 2023 ແຈ້ງວ່າ ຄວາມກົດດັນຕໍ່າຂອງອາກາດຮ້ອນ ໄດ້ອ່ອນກຳລັງລົງຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກຳລັງອ່ອນ ຫາ ປານກາງ, ສົມທົບກັບສອງກະແສລົມຕາເວັນຕົກສ່ຽງໃຕ້ ແລະ ລົມຕາເວັນອອກສ່ຽງເໜືອພັດປົກຄຸມ. ຊື່ງຈະເຮັດໃຫ້ຈະມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຈະຕົກໃນລະດັບປານກາງ ຫາ ໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຢູ່ໃນແຕ່ລະພາກ.

No photo description available.ເນື້ອທີ່ການປົກຫຸ້ມຂອງຝົນ ແລະ ອຸນຫະພູມແຕ່ລະພາກຢູ່ທີ່: ພາກເໜືອ ເນື້ອທີ່ການປົກຫຸ້ມຂອງຝົນ 50%, ອຸນຫະພູມຢູ່ໃນລະຫວ່າງ 18-38 ອົງສາ; ພາກກາງເນື້ອທີ່ການປົກຫຸ້ມຂອງຝົນ80%, ອຸນຫະພູມຢູ່ໃນລະຫວ່າງ 24-38 ອົງສາ; ພາກໃຕ້ເນື້ອທີ່ການປົກຫຸ້ມຂອງຝົນ50%, ອຸນຫະພູມຢູ່ໃນລະຫວ່າງ 24-38 ອົງສາ ແລະ ນະຄອນຫຼວງວຽຈັນເນື້ອທີ່ການປົກຫຸ້ມຂອງຝົນ50%, ອຸນຫະພູມຢູ່ໃນລະຫວ່າງ 27 ອົງສາ.

No photo description available.

ສຳລັບເຂດທີ່ຄາດວ່າຈະມີຝົນຕົກຫຼາຍກວ່າໝູ່ໄດ້ແກ່ ເມືອງວຽງທອງ ແຂວງບໍລິຄຳໄຊ, ເມືອງທ່າແຂກ, ເມືອງ ນາກາຍແຂວງຄຳມ່ວນ, ສາລະວັນ ແລະນະຄອນປາກເຊ.