ເຕັກນິກການສ້າງທີມເວີກ ຊ່ວຍຂັບເຄື່ອນອົງກອນໃຫ້ກ້າວໜ້າ

144

ຂະບວນການທີ່ຈະເຮັດໃຫ້ການເຮັດວຽກປະສົບຄວາມສໍາເລັດໄດ້ນັ້ນ ຕ້ອງອາໄສຄວາມເຂົ້າໃຈຂອງຄົນເຮັດວຽກ ເພື່ອໃຫ້ເກີດການຍອມຮັບໃນວິທີການ ແລະ ເຮັດວຽກຮ່ວມກັນໄດ້, ການສ້າງທີມວຽກທີ່ເຂັ້ມແຂງຈຶ່ງເປັນສິ່ງສໍາຄັນ ຖ້າຫາກຂາດສິ່ງນີ້ການເຮັດວຽກໃຫ້ປະສົບຄວາມສໍາເລັດຈະເກີດຂຶ້ນໄດ້ຍາກ ຫຼື ຫາກເກີດຂຶ້ນໄດ້ກໍຊ້າເກີນໄປ ເຊິ່ງປັດໄຈຫຼັກທີ່ຈະຊ່ວຍຜັກດັນໃຫ້ເກີດການເຮັດວຽກງານທີ່ມີປະສິດທິພາບ ຕ້ອງເກີດຈາກການມີທີມເວີກທີ່ເຂັ້ມແຂງ ໂດຍສ້າງທີມເວີກທີ່ເຂັ້ມແຂງນັ້ນຕ້ອງປະກອບດ້ວຍປັດໄຈຕ່າງໆເຫຼົ່ານີ້:

▶ ສ້າງຄວາມເຂົ້າໃຈກ່ອນເລີ່ມງານ
ການນໍາພາອົງກອນໄປສູ່ ຄວາມສໍາເລັດນັ້ນ ຜູ້ນໍາອົງກອນຈໍາເປັນຕ້ອງເຂົ້າໃຈ ຄວາມໝາຍຂອງການດໍາເນີນການ ແລ້ວຈຶ່ງນໍາຄວາມຮູ້ເຫຼົ່ານັ້ນໄປເຜີຍແຜ່ໃຫ້ກັບຄົນເຮັດວຽກໄດ້ຮັບຮູ້ ເພື່ອໃຫ້ເກີດ ຄວາມເຂົ້າໃຈກົງກັນ ບໍ່ແມ່ນເຂົ້າໃຈພຽງຄວາມໝາຍ ແຕ່ສະມາຊິກທຸກຄົນໃນທີມ ຕ້ອງເຂົ້າໃຈຈຸດປະສົງຂອງການເຮັດວຽກກ່ອນ ແລ້ວຈຶ່ງຄ່ອຍຕັດສິນໃຈເຮັດວຽກນັ້ນໄປພ້ອມໆກັນ ຫຼື ອາດກ່າວໄດ້ວ່າ ວິທີນີ້ເປັນການປຸກໃຈຄົນເຮັດວຽກ ກ່ອນທີ່ພວກເຮົາຈະເລີ່ມເຮັດວຽກແທ້ໆ ເມື່ອຄົນເຮັດວຽກເຂົ້າໃຈຢ່າງຖ່ອງແທ້ແລ້ວ ການເຮັດວຽກເປັນທີມກໍຈະແຂງແກ່ນຂຶ້ນ ແລະ ມີປະສິດທິພາບຫຼາຍຂຶ້ນຢ່າງເຫັນໄດ້ຊັດ.


▶ ກຳນົດບົດບາດ ແລະ ເປົ້າໝາຍທີ່ຊັດເຈນ
ທີມຈະເຂັ້ມແຂງ ແລະ ສາມາດເຮັດວຽກໄດ້ຢ່າງເຕັມເມັດເຕັມໜ່ວຍ ກໍຕໍ່ເມື່ອຄົນເຮັດວຽກທຸກຄົນຄິດເໝືອນກັນ ຫຼື ຢ່າງນ້ອຍຄິດໃຫ້ຄ້າຍກັນຫຼາຍທີ່ສຸດ ທີມທີ່ຈະແຂງແກ່ນຂຶ້ນ ແລະ ເຮັດວຽກໄດ້ກົງຈຸດປະສົງຂຶ້ນ ໂດຍທີມຕ້ອງກໍານົດເປົ້າໝາຍທີ່ຊັດເຈນ, ສາມາດເຂົ້າເຖິງ ແລະ ຈັບຕ້ອງໄດ້ ອີກທັງສາມາດປະຕິບັດຕົວຈິງ ບໍ່ແມ່ນເປັນພຽງກ່າວອ້າງຂຶ້ນມາເທົ່ານັ້ນ ເພື່ອນຮ່ວມງານຂອງພວກເຮົາຕ້ອງເຂົ້າໃຈຢ່າງແທ້ຈິງ, ພວກເຮົາຕ້ອງສາມາດອະທິບາຍໄດ້ວ່າ ງານແຕ່ລະຊິ້ນມີວິທີການເຮັດແນວໃດ ເມື່ອເຂົ້າໃຈກົງກັນແລ້ວ ງານທີ່ທີມຊ່ວຍກັນເຮັດກໍຈະສໍາເລັດຜົນໄດ້ງ່າຍຂຶ້ນ ແລະ ການຕ້ອງປະເຊີນກັບອຸປະສັກກໍຈະໜ້ອຍລົງ. ດັ່ງນັ້ນ, ການທີ່ຈະມີທີມເຮັດວຽກທີ່ແຂງແກ່ນໄດ້ນັ້ນ ເປົ້າໝາຍ ແລະ ບົດບາດຂອງສະມາຊິກຕ້ອງຊັດເຈນ ບໍ່ເກີດຄວາມສັບສົນ ເມື່ອຕ້ອງປະຕິບັດຕົວຈິງ.

▶ ກ້າເປີດໃຈໃນການສະແດງຄວາມຄິດເຫັນ
ທີມເຮັດວຽກທີ່ເຂັ້ມແຂງເລີ່ມຕົ້ນຈາກການເຮັດວຽກ ຮ່ວມກັນດ້ວຍບັນຍາກາດທີ່ເປັນກັນເອງ, ອົບອຸ່ນ, ມີຄວາມກະຕືລືລົ້ນ ແລະ ທຸກຄົນຊ່ວຍກັນສ້າງສັນຜົນງານຢ່າງຈິງໃຈ ແລະ ບໍ່ມີສັນຍານຂອງຄວາມຂັດແຍ່ງ ເຮັດໃຫ້ເຫັນການສະແດງອອກເຖິງຄວາມເປັນນໍ້າໜຶ່ງໃຈດຽວກັນ, ການຮູ້ສຶກເຫັນອົກເຫັນໃຈກັນຂອງຄົນໃນທີມ ຈະຊ່ວຍໃຫ້ການສ້າງທີມເວີກ ເພື່ອຂັບເຄື່ອນອົງກອນນັ້ນລາບລື່ນ ແລະ ກ້າວໜ້າໄປໄດ້ຢ່າງວ່ອງໄວ ເຊິ່ງການສ້າງທີມທີ່ເກີດຂຶ້ນຈາກຄວາມໄວ້ວາງໃຈກັນ, ສະມາຊິກຕ້ອງມີຄວາມໄວ້ວາງໃຈກັນ, ສື່ສານກັນຢ່າງເປີດເຜີຍຈິງໃຈ, ບໍ່ມີຄວາມລັບຕໍ່ກັນ, ກ້າສະແດງຄວາມຄິດເຫັນຕໍ່ທີມຢ່າງເປີດເຜີຍ ແລະ ບໍ່ຕ້ອງຢ້ານວ່າຄວາມຄິດຂອງພວກເຮົາຈະບໍ່ມີປະໂຫຍດ ຄົນເຮັດວຽກບາງຄົນມັກຈະຄິດວ່າ ສຽງຂອງພວກເຮົາເປັນພຽງສຽງນ້ອຍໆ ອາດຈະບໍ່ມີຄວາມສໍາຄັນຕໍ່ທີມ. ໃນການສ້າງທີມເວີກທີ່ເຂັ້ມແຂງນັ້ນ ບໍ່ວ່າຈະເປັນສຽງນ້ອຍ ຫຼື ໃຫຍ່ ກໍຄວນເວົ້າອອກໄປ ເພາະຄວາມຄິດເຫັນຂອງພວກເຮົາອາດຈະຊ່ວຍຈຸດປະກາຍຄວາມຄິດໃຫ້ກັບທີມຂອງພວກເຮົາໄດ້ຢ່າງບໍ່ຮູ້ຕົວ, ສ່ວນຂໍ້ເສຍຂອງການບໍ່ເປີດໃຈຈະນໍາຄວາມເສຍຫາຍ ແລະ ຈະສົ່ງຜົນຕໍ່ການເຕີບໂຕຂອງອົງກອນໄດ້.

▶ ການພັດທະນາສັກກະຍະພາບຂອງທີມ
ຕ້ອງຍອມຮັບວ່າການເຮັດວຽກເປັນທີມນັ້ນ ສ່ວນໜຶ່ງອາດຈະມີອຸປະສັກຢູ່ທີ່ສັກກະຍະພາບຂອງສະມາຊິກໃນທີມປະຕິເສດບໍ່ໄດ້ວ່າຄວາມສາມາດທີ່ບໍ່ເທົ່າກັນຂອງແຕ່ລະຄົນ ເຮັດໃຫ້ທີມກ້າວເດີນໄປໄດ້ຊ້າ. ດັ່ງນັ້ນ, ຫົວໜ້າທີມຈຶ່ງຕ້ອງສໍາຫຼວດ ແລະ ຮຽນຮູ້ກ່ຽວກັບສະມາຊິກໃນທີມ, ມີຄົນເຮັດວຽກຄົນໃດແດ່ທີ່ຍັງເຮັດວຽກໄດ້ຊ້າ ດ້ວຍເຫດໃດລາວ ຈຶ່ງເຮັດວຽກໄດ້ຊ້າ, ເປັນເພາະຕິດຂັດກັບບັນຫາໃດ ຫຼື ບໍ? ຖ້າຫາກມີໃຫ້ຊ່ວຍກັນແກ້ໄຂ ເມື່ອສະມາຊິກທຸກຄົນໃນທີມມີຄວາມຮູ້, ຄວາມສາມາດໃນລະດັບທີ່ໃກ້ຄຽງກັນແລ້ວ ການເຮັດວຽກກໍຈະໄວຂຶ້ນ; ໃນຂະນະດຽວກັນ ເພື່ອໃຫ້ເກີດສັກກະຍະພາບໃນການເຮັດວຽກເປັນທີມ ພວກເຮົາຄວນສ້າງແຮງຈູງໃຈໃນການເຮັດວຽກ ແລະ ທັດສະນະຄະຕິດ້ານບວກໃຫ້ກັບທີມ ນໍາມາເຊິ່ງຄວາມມຸ່ງໝັ້ນໃນການເຮັດວຽກໃຫ້ປະສົບຄວາມສໍາເລັດ.
[ ທີ່ມາ: h.jobsdb ]