ມາຮອດ 7 ພຶດສະພາ, ລາວ ຍາດມາໄດ້ແລ້ວ 3 ຫຼຽນຄໍາຈາກ ກຸນ ບົກກະຕໍ, ເປຕັງ ແລະ ໂວວີນາມ

166

ການແຂ່ງຂັນໃນງານມະຫະຫະກໍາກີລາຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ເມື່ອວັນທີ 4 ເມສາ 2023 ສປປ ລາວ ສາມາດປົດລ໋ອກຄວ້າ 1 ຫຼຽນຄໍາ ແລະ 3 ຫຼຽນທອງຈາກກີລາ ກຸນ ບົກກະຕໍ (Kun Bokator) ໂດຍຫຼຽນຄໍາໄດ້ຈາກ ທ້າວ ກອງເງິນ ອິນທິສານ ປະເພດຟ້ອນດ່ຽວຊາຍ ເອົາຊະນະ ນັກກີລາຈາກເຈົ້າພາບ 7,83 ຕໍ່ 7,82 ຄະແນນ.

ຕໍ່ມາ ວັນທີ 6 ພຶດສະພາ 2023 ເປຕັງ ກໍສາມາຍາດໄດ້ອີກ 1 ຫຼຽນຄໍາຈາກທ້າວ ພຸດທະລາ ແກ້ວກັນນິກາ ນັກກີລາເປຕັງທີມຊາດລາວ ຄວ້າຫລຽນຄຳທີ 2 ໃຫ້ທັບນັກກິລາລາວ ໃນຊີເກມ ຄັ້ງທີ 32 ປະເພດເປຕັງຊຸດຕິງຊາຍ ດ້ວຍການຊະນະ ນັກກິລາຈາກເຈົ້າພາບ ກຳປູເຈຍ 39-33 ຄະແນນ.

ຫຼ້າສຸດວັນທີ 7 ພຶດສະພາ 2023 ຫລຽນຄຳທີ 3 ຂອງທັບນັກກິລາລາວ ໃນຊີເກມ ຄັ້ງທີ 32 ກໍໄດ້ມາຮຽບຮ້ອຍ ຈາກກີລາໂວວີນາມ (ຫວໍຫວຽດນາມ) ປະເພດຟ້ອນປະກອບອາວຸດດາບ ຄູ່ຊາຍ: ທ້າວ ພຸດທະສິນ ປ່ຽງປັນຍາ ແລະ ທ້າວ ຈັນທະລັງສີ ຈັນທະສີດາ ໄດ້ 450 ຄະແນນ, ຫລຽນເງິນ ນັກກິລາຫວຽດນາມ ເຈົ້າຂອງກິລາປະເພດນີ້ ໄດ້ 445 ຄະແນນ, ຫລຽນທອງຮ່ວມ ມຽນມາ ແລະ ອິນໂດເນເຊຍ.

ມາຮອດເວລາ 18:30 ຂອງວັນທີ 7 ພຶດສະພາ 2023 ທາງເວັບໄຊທ໌ທາງການຂອງ ຊີເກມ ຄັ້ງທີ 32 ໄດ້ມີການອັບເດດຕາຕະລາງຄະແນນສະຫຼຸບຫຼຽນປາກົດວ່າ: ສປປ ລາວ ຍາດມາໄດ້ແລ້ວ 3 ຫຼຽນຄໍາ, 4 ຫຼຽນເງິນ ແລະ 19 ຫຼຽນທອງຈັດຢູ່ອັນດັບທີ 9 ຂອງຕາຕະລາງ, ສ່ວນຜູ້ນໍາກັນຂອງເຈົ້າພາບ ກໍາປູເຈຍ ກວາດໄປແລ້ວ 27 ຫຼຽນຄໍາ, 21 ຫຼຽນເງິນ ແລະ 23 ຫຼຽນທອງ, ອັນດັບ 2 ໄທ ມີ 15 ຫຼຽນຄໍາ, 14 ຫຼຽນເງິນ ແລະ 21 ຫຼຽນທອງ.