ໂຊລາເຊວ ເທິງຫຼັງຄາ ໃນຈີນ ອາດຊ່ວຍຫຼຸດກາກບອນລົງເຖິງ 2,7 ພັນລ້ານໂຕນ

68

ສຳນັກຂ່າວຊິນຫົວລາຍງານວ່າ: ຄະນະນັກວິທະຍາສາດຂອງຈີນ ຮ່ວມກັບນານາຊາດ ໄດ້ຮ່ວມກັນເຜີຍແຜ່ຜົນການປະເມີນສັກກະຍະພາບການຫຼຸດກາກບອນຂອງແຜງໂຊລາເຊວ ທີ່ຕິດຢູ່ເທິງຫຼັງຄາໃນປະເທດຈີນ ອາດຈະຊ່ວຍຫຼຸດກາກບອນໄດອອກໄຊ ໄດ້ປະມານ 2.720 ລ້ານໂຕນ ພາຍໃນປີ 2030.

ไม่มีคำอธิบายรูปภาพ

ຜົນການສຶກສາພົບວ່າ: ແຜງໂຊລາເຊວ ມີຄວາມສຳຄັນຕໍ່ການບັນລຸເປົ້າໝາຍການປ່ຽນຜ່ານດ້ານພະລັງງານ ແລະ ການປ່ຽນແປງດິນຟ້າອາກາດ ໂດຍສະເພາະໃນຕົວເມືອງທີ່ມີອາຄານໜາແໜ້ນ ແລະ ມີການໃຊ້ພະລັງງານສູງ. ຄະນະນັກວິໄຈລະບຸວ່າ ພື້ນທີ່ຫຼັງຄາເກືອບ 66.000 ຕາກິໂລແມັດ ຂອງບັນດາເມືອງ 345 ແຫ່ງໃນ ຈີນ ເມື່ອປີ 2020 ພົບການຫຼຸດກາກບອນໄດອອກໄຊ ໄດ້ປະມານ 3.630 ລ້ານໂຕນ.

ไม่มีคำอธิบายรูปภาพ

ໃນຂະນະດຽວກັນ ນັກວິໄຈໄດ້ຕັ້ງຂໍ້ສັງເກດວ່າ: ການຂະຫຍາຍຕົວຂອງການພັດທະນາ ແລະ ການປ່ຽນແປງດ້ານສັດສ່ວນຂອງພະລັງງານ ເຮັດໃຫ້ການປະເມີນສັກກະຍະພາບການຫຼຸດກາກບອນໄດອອກໄຊໄວ້ທີ່ລະຫວ່າງ 2.720 – 3.630 ລ້ານໂຕນ ໃນປີ 2030 ເຊິ່ງເປັນປີທີ່ ຈີນ ບັນລຸການປ່ອຍກາກບອນໃນລະດັບຕ່ຳສຸດ.