ປະທານທະນາຄານໂລກຄົນໃໝ່ ພ້ອມແກ້ໄຂບັນຫາທ້າທາຍດ້ານການພັດທະນາ

160

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທ່ານ Ajay Banga ຊາວອາເມຣິກາ ເຊື້ອສາຍອິນເດຍ ຈະເປັນປະທານທະນາຄານໂລກ ຄົນໃໝ່ ເຊິ່ງຈະເຂົ້າຮັບໜ້າທີ່ນັບແຕ່ເດືອນມິຖຸນາ 2023 ເປັນຕົ້ນໄປ ພ້ອມແກ້ໄຂບັນຫາທ້າທາຍດ້ານການພັດທະນາ ຫຼັງຈາກທີ່ຄະນະກຳມະການບໍລິຫານທະນາຄານໂລກ ໄດ້ລົງມະຕິເປັນເອກະພາບກັນຮັບຮອງເອົາ ທ່ານ Ajay Banga ໃຫ້ດຳລົງຕຳແໜ່ງດັ່ງກ່າວໃນໄລຍະເວລາ 5 ປີ ແລະ ຈະເລີ່ມຈັດຕັ້ງປະຕິບັດໜ້າທີ່ຢ່າງເປັນທາງການ ໃນວັນທີ 2 ມິຖຸນານີ້ ເປັນຕົ້ນໄປ ໂດຍຮັບໜ້າທີ່ຕໍ່ຈາກ ທ່ານ ເດວິດ ມໍລພາສ ( David Malpass ) ໄດ້ປະກາດລາອອກກ່ອນກຳນົດ.

ไม่มีคำอธิบายรูปภาพ

ທ່ານ Ajay Banga ກ່າວວ່າ: ພ້ອມແກ້ໄຂບັນຫາ ແລະ ສິ່ງທ້າທາຍດ້ານການພັດທະນາ. ໃນໂອກາດນີ້ ທ່ານ ໂຈ ໄບເດັນ ( Joe Biden ) ປະທານາທິບໍດີ ສະຫະລັດອາເມຣິກາ ໄດ້ກ່າວວ່າ: ທ່ານ ບັງກາ ຈະຊ່ວຍຊຸກຍູ້ທະນາຄານໂລກໃຫ້ມີບົດບາດ ແກ້ໄຂບັນຫາທ້າທາຍຕ່າງໆຂອງໂລກ ທີ່ສົ່ງຜົນກະທົບໂດຍກົງຕໍ່ພາລະກິດຫຼັກຂອງທະນາຄານ ໃນການຊ່ວຍຫຼຸດຜ່ອນບັນຫາຄວາມທຸກຍາກ ເຊິ່ງສິ່ງທ້າທາຍນີ້ ລວມເຖິງການປ່ຽນແປງດິນຟ້າອາກາດ ແລະ ການແກ້ໄຂບັນຫາເລື່ອງເງິນທຶນ ສຳລັບການແກ້ໄຂບັນຫາຂອງໂລກ.

ไม่มีคำอธิบายรูปภาพ