ຊົມເຊີຍເຈົ້າໜ້າທີ່ພາສີຫຼວງນ້ຳທາສາມາດຍືດລົດໄດ້ 3 ຄັນ

198

ລັດພະຍາຍາມແກ້ໄຂ ແລະຕີຖອຍບັນຫາການຄ້າຂາຍຜິດກົດໝາຍ ເປັນຕົ້ນລົດລາງພາຫະນະທີ່ລັກລອບນຳເຂົ້າມາຢ່າງບໍ່ຖືກຕ້ອງ ໂດຍເຈົ້າໜ້າທີ່ພາສີ ພະແນກສືບ-ສອບສວນ ແລະ ປາບປາມກາລັກລອບໜີພາສີ (ພສປ) ປະຈຳຈຸດປະສານງານນາເຕີຍ ແຂວງຫຼວງນໍ້າທາ, ສາມາດຍືດລົດທີ່ນຳລັກລອບນຳເຂົ້າແບບຜິດກົດໝາຍໄດ້ 3 ຄັນ.

No photo description available.

ໂດຍຈາກການລົງຕິດຕາມ ແລະ ກວດກາຕາມແຫຼ່ງຂ່າວລາຍທີ່ໄດ້ລາຍງານ 2 ຄັ້ງ ຄື: ໃນວັນທີ 21 ເມສາ 2023 ມີລາຍງານວ່າ ມີລົດເກັງຍີ່ຫໍ້ BENZ ແລະ ລົດບັນທຸກ 12 ລໍ້ບໍ່ຕິດປ້າຍທະບຽນ, ຈອດຢູ່ໃນບໍລິເວນເຂດເສດຖະກິດບໍ່ເຕັນແດນງາມ ແລະ ອີກຄັ້ງໃນວັນທີ 4 ພຶດສະພາ 2023 ມີລາຍງານວ່າ: ມີລົດບັນທຸກ 12 ລໍ້ສີຂາວ, ຍີ່ຫໍ້ (ຂຽນເປັນພາສາຈີນ) ບໍ່ຕິດປ້າຍທະບຽນຈອດຢູ່ໃນບໍລິເວນເຂດເສດຖະກິດບໍ່ເຕັນແດນງາມ.

No photo description available.
ດັ່ງນັ້ນ ທາງເຈົ້າໜ້າທີ່ ກໍໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງເຄື່ອນໄຫວຕິດຕາມພົບເຫັນເປົ້າໝາຍໃນ 2 ເຂດດັ່ງກ່າວ, ຜ່ານການກວດກາເບື້ອງຕົ້ນເຫັນວ່າ: ທັງສອງກໍລະນີແມ່ນເປັນລົດມືສອງລັກລອບນຳເຂົ້າບໍ່ມີເອກະສານອະນຸຍາດນຳເຂົ້າເສຍພາສີ-ອາກອນເຊັ່ນກັນ. ດັ່ງນັ້ນ, ຈຶ່ງໄດ້ນຳລົດດັ່ງກ່າວທັງ 3 ຄັນມອບໃຫ້ພາສີ ປະຈຳແຂວງຫຼວງນໍ້າທາ, ດຳເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.

No photo description available.