ນະຄອນຫຼວງເລີ່ມປ່ອຍຍຸງ ທຳອິດລອງຢູ່ 2 ເມືອງກ່ອນ

1446

ໃນທ້າຍເດືອນເມສາຜ່ານມາ ນະຄອນຫຼວງວຽງຈັນໄດ້ຈັດພິທີເປີດໂຄງການທົດລອງຈັດຕັ້ງປະຕິບັດ ວິທີການນໍາໃຊ້ເຊື້ອຈຸລິນຊີໂວບັກເຄຍ ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ຢູ່ 2 ເມືອງ ຄື: ເມືອງຈັນທະບູລີ ແລະ ເມືອງໄຊເສດຖາ ນະຄອນຫຼວຽງຈັນ.

No description available.
ໂຄງການທົດລອງຈັດຕັ້ງປະຕິບັດ ວິທີການນໍາໃຊ້ຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ ແນໃສ່ເພື່ອປະກອບສ່ວນເຂົ້າໃນການຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ຢູ່ ສປປ ລາວ ແລະ ສະໜັບສະໜູນເປົ້າໝາຍແຫ່ງຊາດ ທີ່ໄດ້ກໍານົດໄວ້ໃນແຜນປະຕິບັດງານກ່ຽວກັບການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ ໂດຍນໍາໃຊ້ມາດຕະການເຊື່ອມສານແບບຄົບຊຸດ.

No description available.
ວຽກງານຂອງໂຄງການ ລວມມີ ການໂຄສະນາເຜີຍແຜ່ຂໍ້ມູນຂ່າວສານ ເພື່ອໃຫ້ຄວາມຮູ້ກ່ຽວກັບການນຳໃຊ້ເຊື້ອຈຸລິນຊີໂວບັກເຄຍ ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ແລະ ສ້າງການມີສ່ວນຮ່ວມຂອງຫຼາຍຂະແໜງການທີ່ກ່ຽວຂ້ອງ ລວມທັງການຈັດຕັ້ງບ້ານ, ອາສາສະໝັກບ້ານ (ອສບ) ແລະ ຊຸມຊົນໃນບ້ານເປົ້າໝາຍ, ການປ່ອຍຍຸງລາຍບ້ານທີ່ມີເຊື້ອຈຸລິນຊີໂວບັກເຄຍ, ການຕິດຕາມຢູ່ພາກສະໜາມ ໃນໄລຍະເວລາປ່ອຍ ແລະ ປ່ອຍຍຸງໃນພື້ນທີ່ໂຄງການ.

No description available.
ຕະຫຼອດໄລຍະ 30 ກວ່າປີຜ່ານມາ, ສປປ ລາວ ໄດ້ນຳໃຊ້ຫຼາຍວິທີການເພື່ອຄວບຄຸມພາຫະນຳເຊື້ອໄຂ້ຍຸງລາຍ ເຊັ່ນວ່າ: ການຄວບຄຸມພາຫະ (ການປະຕິບັດ 5 ປ), ການນຳໃຊ້ຢາຂ້າແມງໄມ້ ແລະ ວິທີການອື່ນໆ ແຕ່ວ່າການເກີດພະຍາດໄຂ້ຍຸງລາຍ ຍັງເປັນບັນຫາສຳຄັນທີ່ຈະຕ້ອງສືບຕໍ່ແກ້ໄຂ. ໃນນີ້ ການນຳໃຊ້ເຊື້ອຈຸລິນຊີໂວບັກເຄຍ ເພື່ອຄວບຄຸມການສົ່ງຕໍ່ເຊື້ອໄຂ້ຍຸງລາຍ ແມ່ນປອດໄພຕໍ່ກັບຄົນ, ສັດ ແລະ ລະບົບນິເວດວິທະຍາ ແລະ ຍັງເປັນວິທີການທີ່ມີປະສິດຜົນສູງ, ມີຄວາມຍືນຍົງ ແລະ ໄດ້ຮັບຜົນໃນໄລຍະຍາວ.

May be an image of 5 people and text that says 'భ Save the Children'
ປັດຈຸບັນ, ກຳລັງປະຕິບັດໂຄງການຕົວແບບ ຢູ່ເມືອງຈັນທະບູລີ ແລະ ໄຊເສດຖາ ເພື່ອຫຼຸດຜ່ອນການສົ່ງຕໍ່ເຊຶ້ອໄຂ້ຍຸງລາຍ ໂດຍນຳເອົາຍຸງທີ່ມີເຊື້ອຈຸລິນຊີໂວບັກເຄຍ ມາປ່ອຍປະປົນຢູ່ກັບຍຸງທົ່ວໄປ ເພື່ອໃຫ້ມີການແຜ່ພັນ ແລະ ຖ່າຍທອດເຊື້ອຈຸລິນຊີໂວບັກເຄຍ ຈາກຮຸ່ນສູ່ຮຸ່ນຕໍ່ໄປ.

May be an image of cornflower and text

ການປ່ອຍຍຸງ ຈະໃຊ້ເວລາ 20 ອາທິດ, ເລີ່ມແຕ່ອາທິດສຸດທ້າຍຂອງເດືອນເມສາ ຈົນເຖິງທ້າຍເດືອນສິງຫາ 2023 ກວມເອົາເນື້ອທີ່ທັງໝົດປະມານ 11 ຕາຕະລາງກິໂລແມັດ, ຈະສາມາດຊ່ວຍປ້ອງກັນປະຊາກອນຫຼາຍກວ່າ 60.000 ຄົນ ຈາກການຕິດເຊື້ອໄຂ້ຍຸງລາຍ ຢູ່ໃນ 2 ເມືອງເປົ້າໝາຍ.

May be an image of 6 people and text

ຂອບໃຈຮູບຈາກ

safe the children