ຄົນດຸໝັ່ນຂະຫຍັນພຽນຕ້ອງໄດ້ຮັບການຍົກຍ້ອງ ເພື່ອໃຫ້ມີກຳລັງໃຈສູ້ຕໍ່ໄປກັບຫາຕ່າງໆ ແລະໃຫ້ເພິ່ນມີຄວາມພາກພູມໃຈໃນໂຕເອງ ພ້ອມເປັນຜູ້ໜ່ວຍຊ່ວຍຂັບເຄື່ອນເສດຖະກິດຂອງປະເທດໃຫ້ກ້າວຕໍ່ໄປຢ່າງເຂັ້ມແຂງ.
ໃນຕອນເຊົ້າວັນທີ 04 ພຶດສະພາ 2023 ເຈົ້າເມືອງອຸທຸມພອນ ທ່ານ ແສນສັກ ພິມວົງສາ ພ້ອມດ້ວຍຄະນະ,ໄດ້ລົງຊຸກຍູ້ ແລະ ຕິດຕາມການລ້ຽງໄກ່ລາດປະສົມອີຢິບ ແລະ ໝູພັນ ຂອງຄອບຄົວ ທ່ານ ພັນສີ ຫອມກິ່ງແກ້ວ ຢູ່ບ້ານກາງໂພສີ ເມືອງອຸທຸມພອນ ເຊິ່ງເປັນພະນັກງານບໍານານ,ອະດີດແມ່ນຮອງຫົວໜ້າຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ-ປ່າໄມ້ແຂວງສະຫວັນນະເຂດ.
ເຊິ່ງທ່ານໃຫ້ຮູ້ວ່າ: ເບື້ອງຕົ້ນແມ່ນໄດ້ລົງທຶນໃສ່ໃນການບຸກເບີກເນື້ອທີ່,ປຸກສ້າງຄອກ,ດຶງໄຟຟ້າ,ເຈາະນໍ້າບາດານ,ຂຸດໜອງສະ 03 ໜອງ ປະມານ 200 ກວ່າລ້ານກີບ, ໃນເນື້ອທີ່ 5,3 ເຮັກຕາ, ໂດຍເລີ່ມຈາກການລ້ຽງໝູພັນກ່ອນ ໂດຍແມ່ນໂຄງການໂຄເປຍເປັນຜູ້ສະໜັບສະໜູນ ໃນປີ 2019, ຫຼັງຈາກນັ້ນຈິ່ງໄດ້ຫັນມາລ້ຽງ ໄກ່ປະດູ່ຫາງດໍາ ເຊິ່ງເປັນລູກປະສົມໄກ່ລາດອີຢິບ, ມີພໍ່ພັນ,ແມ່ພັນ 100 ໂຕ, ປີໜຶ່ງລ້ຽງໄດ້ 04 ຊຸດ, ຊຸດໜຶ່ງມີປະມານ 1.000 ໂຕ, ລ້ຽງໄດ້ ປະມານ 02 ເດືອນກວ່າ ຫາ 03 ເດຶອນກໍ່ສາມາດຂາຍໄດ້, ໂຕໜຶ່ງປະມານໂລກວ່າ,ຂາຍໃນລາຄາ ໂລລະ 60.000 ກີບ, ອັນເປັນການສ້າງລາຍໄດ້ໃຫ້ແກ່ຄອບຄົວປີໜຶ່ງປະມານ 100 ລ້ານກີບ.
ນອກຈາກນີ້ ຍັງໄດ້ລ້ຽງງົວພັນປະສົມ 18 ໂຕ, ແບ້ 18 ໂຕ, ພ້ອມທັງປູກພຶດປະສົມປະສານກັນ ເປັນຕົ້ນໝາກພ້າວ,ໝາກຫຸ່ງ, ໝາກກ້ວຍ, ໝາກພິກ, ໝາກຂຽບ ເພື່ອເປັນລາຍຮັບເພີ່ມອີກທາງ.
ທ່ານ ພັນສີ ຫອມກິ່ງແກ້ວ ຍັງກ່າວອີກວ່າ: ບັນຫາທີ່ຫຍຸ້ງຍາກໃນປະຈຸບັນກໍ່ຄືຕະຫຼາດຈໍາໜ່າຍ, ສະນັ້ນຈິ່ງຢາກໃຫ້ຂັ້ນເທິງຊ່ວຍເຫຼືອ , ສິ່ງທີ່ເປັນບັນຫາອີກອັນໜຶ່ງກໍ່ແມ່ນເລື່ອງແຮງງານ ເພາະຕົນກໍອາຍຸສູງແລ້ວ ແລະຜູ້ຈະມາລົງມືເຮັດຕົວຈີງຮູ້ດ້ານນີ້ກໍ່ຍັງບໍ່ມີ.
ໂອກາດດັ່ງກ່າວທ່ານເຈົ້າເມືອງກໍ່ເນັ້ນວ່າ: ການລ້ຽງໄກ່ລາດພື້ນເມືອງ ແມ່ນເຫັນດີເພາະວ່າ ເມືອງເຮົາແມ່ນສົ່ງເສີມໃຫ້ປະຊາຊົນລ້ຽງໄກ່ລາດ ເພື່ອປ້ອນໃຫ້ສາມຫຼ່ຽມປິ້ງໄກ່ເຊໂນ,ເຊິ່ງໄດ້ຮັບຮອງເປັນໂອດ໊ອບແຫ່ງຊາດແລ້ວ, ຖ້າໄກ່ລາດພັນພື້ນເມືອງ ແມ່ນຈະຂາຍງ່າຍ.