ເຟດ ປັບຂຶ້ນອັດຕາດອກເບ້ຍ 0,25% ສູ່ລະດັບສູງສຸດໃນຮອບ 16 ປີ

44

ສຳນັກຂ່າວຕ່າງປະເທດລາຍງານວ່າ: ທະນາຄານກາງສະຫະລັດອາເມຣິກາ ( ເຟດ ) ໄດ້ຕັດສິນໃຈປັບຂຶ້ນອັດຕາດອກເບ້ຍນະໂຍບາຍອີກ 0,25% ເມື່ອວັນທີ 3 ພຶດສະພາຜ່ານມາ ສົ່ງຜົນໃຫ້ອັດຕາດອກເບ້ຍນະໂຍບາຍຂອງສະຫະລັດສູງສຸດໃນຮອບ 16 ປີ ແລະ ການປັບຂຶ້ນຄັ້ງນີ້ ເປັນຄັ້ງທີ 10 ໃນຮອບ 14 ເດືອນ ເພື່ອຄວບຄຸມອັດຕາເງິນເຟີ້ທີ່ຍັງຢູ່ລະດັບສູງ.

อาจเป็นรูปภาพของ 2 คน

ທ່ານ ເຈີໂຣມ ພາວເວລ ປະທານ ເຟດ ກ່າວວ່າ: ການປັບຂຶ້ນອັດຕາດອກເບ້ຍຄັ້ງນີ້ ຖືວ່າສອດຄ່ອງກັບການຄາດການຂອງຕະຫຼາດ ແລະ ເຟດຈະດຳເນີນມາດຕະການຄຸມເຂັ້ມດ້ານນະໂຍບາຍການເງິນເພີ່ມຕື່ມ ຕາມຂໍ້ມູນທີ່ເຟດໄດ້ຮັບມາ ແລະ ເມື່ອໃດມີຄວາມເໝາະສົມ ເຟດ ຈະຄ່ອຍໆປັບຫຼຸດນະໂຍບາຍທີ່ສົ່ງຜົນກະທົບຕໍ່ເສດຖະກິດ.

ການປັບຂຶ້ນອັດຕາດອກເບ້ຍຄັ້ງນີ້ ສົ່ງຜົນໃຫ້ອັດຕາດອກເບ້ຍຂອງສະຫະລັດເພີ່ມຂຶ້ນຢູ່ທີ່ 5 – 5,25% ເຊິ່ງເພີ່ມຂຶ້ນຈາກລະດັບ 0,00% ໃນເດືອນມີນາ 2022.

อาจเป็นรูปภาพของ 1 คน, ห้องทำงานรูปไข่ของประธานาธิบดี และ ข้อความ

ທັງນີ້, ອັດຕາດອກເບ້ຍທີ່ສູງຂຶ້ນ ໄດ້ເພີ່ມຕົ້ນທຶນການກູ້ຢືມຂຶ້ນຢ່າງໄວວາ, ນອກຈາກຈະເຮັດໃຫ້ເງິນໂດລາແຂງຄ່າຂຶ້ນແລ້ວ ຍັງສົ່ງຜົນກະທົບຕໍ່ລະບົບເສດຖະກິດຂອງສະຫະລັດອາເມຣິກາ ເຊິ່ງມີຂະໜາດເສດຖະກິດໃຫຍ່ທີ່ສຸດໃນໂລກຢ່າງຫຼີກລ່ຽງບໍ່ໄດ້ ແລະ ຈະສົ່ງຜົນໃຫ້ເກີດການສະລໍຕົວຂອງພາກທຸລະກິດ ເປັນຕົ້ນແມ່ນຂະແໜງອະສັງຫາລິມະຊັບ ແລະ ຍັງສົ່ງຜົນເຮັດໃຫ້ທະນາຄານຂອງສະຫະລັດຫຼົ້ມສະຫຼາຍ ເຖິງ 3 ແຫ່ງ ເມື່ອບໍ່ດົນມານີ້.