ຮົງກົງ ປັບຂຶ້ນຄ່າແຮງງານຂັ້ນຕໍ່າ ເປັນ 40 ໂດລາຮົງກົງຕໍ່ຊົ່ວໂມງ

71

ສຳນັກຂ່າວ ຊິນຫົວ ລາຍງານວ່າ: ເຂດບໍລິຫານພິເສດຮົງກົງ ທາງພາກໃຕ້ ຂອງຈີນ ໄດ້ປະກາດປັບຂຶ້ນຄ່າແຮງງານຂັ້ນຕໍ່າເປັນ 40 ໂດລາຮົງກົງຕໍ່ຊົ່ວໂມງ ( ສະກຸນເງິນຮົງກົງ ) ໂດຍມີຜົນບັງຄັບໃຊ້ ນັບແຕ່ວັນທີ 1 ພຶດສະພາ ເປັນຕົ້ນໄປ.

อาจเป็นรูปภาพของ 3 คน และ ข้อความ

ເຈົ້າໜ້າທີ່ເຂດບໍລິຫານພິເສດຮົງກົງ ລາຍງານວ່າ: ຜູ້ບໍລິຫານສູງສຸດໃນສະພາຄະນະບໍລິຫານ ໄດ້ອອກຄຳສັ່ງປັບຂຶ້ນຄ່າແຮງງານຂັ້ນຕ່ຳຕາມກົດໝາຍ ເຊິ່ງເພີ່ມຂຶ້ນ 6,7% ຈາກເດີມ 37,5 ໂດລາຮົງກົງຕໍ່ຊົ່ວໂມງ ເປັນ 40 ໂດລາຮົງກົງຕໍ່ຊົ່ວໂມງ.

อาจเป็นรูปภาพของ หนึ่งคนขึ้นไป, ฝูงชน, ถนน และ ข้อความ

ກົດໝາຍຄ່າແຮງງານຂັ້ນຕໍ່າ ລະບຸວ່າ: ລູກຈ້າງຈະໄດ້ຮັບການຄຸ້ມຄອງ ພາຍໃຕ້ອັດຕາຄ່າແຮງງານໃໝ່ ເຊິ່ງຄວບຄຸມຄ່າແຮງງານລາຍເດືອນ, ລາຍວັນ, ລາຍຊົ່ວໂມງແບບຖາວອນ, ແບບຊົ່ວຄາວ, ແບບວຽກປະຈຳ ຫຼື ແບບເຮັດວຽກນອກເວລາ ແລະ ອື່ນໆ.