WMO ເຕືອນ ໂລກກຽມຮັບມືກັບປາກົດການເອລນີໂຍ ອຸນຫະພູມສູງຂຶ້ນອີກ

95

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ອົງການອຸຕຸນິຍົມວິທະຍາໂລກ ( WMO ) ຂອງອົງການສະຫະປະຊາຊາດ ໄດ້ອອກບົດລາຍງານລະບຸວ່າ ໂລກມີທ່າອ່ຽງຈະປະເຊີນກັບປາກົດການ “ ເອລນີໂຍ ” ໃນເດືອນກໍລະກົດຈະເຖິງນີ້ ເຊິ່ງຄາດວ່າມີໂອກາດເກີດຂຶ້ນເຖິງ 60% ແລະ ຄາດການວ່າຈະເກີດຂຶ້ນພາຍໃນເດືອນກັນຍາ ມີສູງເຖິງ 70 – 80%, ປາກົດການດັ່ງກ່າວ ຈະສ້າງການປ່ຽນແປງຄັ້ງສຳຄັນໃຫ້ແກ່ສະພາບອາກາດໂລກອີກຄັ້ງ.

อาจเป็นรูปภาพของ 1 คน และ ข้อความ

ທັງນີ້ ໂລກປະເຊີນກັບປາກົດການເອລນີໂຍຄັ້ງຫຼ້າສຸດ ໃນລະຫວ່າງປີ 2018 – 2019 ຕາມການບັນທຶກຂອງ WMO, ຂະນະທີ່ນັບແຕ່ປີ 2020 ຈົນມາຮອດຕົ້ນປີນີ້ ໂລກປະເຊີນກັບປາກົດການ “ ລານີຍາ ”, ແນວໃດກໍຕາມ ໃນໄລຍະ 8 ປີຜ່ານມາ ຖືວ່າເປັນປີທີ່ອຸນຫະພູມສະເລ່ຍຂອງໂລກເພີ່ມ ( ຮ້ອນ ) ຂຶ້ນ ແລະ ທຳລາຍສະຖິຕິຢ່າງຕໍ່ເນື່ອງ ເຖິງວ່າຢູ່ໃນທ່າມກາງປາກົດການ ລານີຍາ ໂດຍບົ່ງຊີ້ວ່າ ຫາກບໍ່ເກີດປາກົດການ ລານີຍາ ຂຶ້ນ ອາກາດຍິ່ງຈະຮ້ອນຂຶ້ນອີກ ຕະຫຼອດໄລຍະເວລາດັ່ງກ່າວ.

อาจเป็นรูปภาพของ ไม้วัด และ ข้อความ

ບົດລາຍງານຂອງ WMO ລະບຸວ່າ: ເຖິງແມ່ນວ່າຈົນເຖິງຂະນະນີ້ ຍັງບໍ່ສາມາດລະບຸໄດ້ ກ່ຽວກັບຄວາມຮຸນແຮງ ແລະ ໄລຍະເວລາຂອງປາກົດການ ເອລນີໂຍ ຄັ້ງໃໝ່ທີ່ກຳລັງຈະເກີດຂຶ້ນ ແຕ່ທຸກພາກສ່ວນໃນໂລກນີ້ ຕ້ອງຮ່ວມມືກັນ ເພື່ອກຽມພ້ອມຮັບມືກັບອຸນຫະພູມທີ່ຈະສູງຂຶ້ນອີກ.

ແນວໃດກໍຕາມ, ບົດລາຍງານຂອງ WMO ລະບຸວ່າ: ຜົນກະທົບຈາກປາກົດການ ເອລນີໂຍປີນີ້ ຈະຍັງບໍ່ທັນເກີດຂຶ້ນທັນທີ ທັນໃດ ໝາຍຄວາມວ່າ “ ຈະເລີ່ມມີຜົນຊັດເຈນຫຼາຍຂຶ້ນ ” ນັບແຕ່ປີໜ້າເປັນຕົ້ນໄປ.