ຊົມເຊີຍ! ໜຸ່ມປາໂຊກໄຊ ນໍາຕໍາແໜ່ງ ທັອບ 10 Mister Celebrity International 2023 ຝາກຊາວລາວ

61

ຕ້ອນຮັບການກັບບ້ານດ້ວຍຄວາມອົບອຸ່ນ ມີຄອບຄົວ ແລະ ປະທານໂຄງການ ລວມໄປເຖິງສື່ມວນຊົນຕ້ອນຮັບຢ່າງອົບອຸ່ນສໍາລັບ ໜຸ່ມ ໂຊກ ປາໂຊກໄຊ ລາທຸລີ Mister Celebrity Laos 2023 – Top10 Mister Celebrity International 2023 ພາຍຫຼັງທີ່ໜຸ່ມສຸດຫຼໍ່ ໄດ້ສຳເລັດພາລະກິດການປະກວດຢູ່ທີ່ປະເທດມາເລເຊຍ ຈົນສາມາດຜ່ານເຂົ້າໄປໃນຮອບ 10 ຄົນສຸດທ້າຍ ຖືເປັນໂສມໜ້າໃໝ່ຂອງຊາຍງາມລາວ ເວທີ MISTER LAOS ທີ່ສາມາດສ້າງຊື່ສຽງໃຫ້ກັບເວທີ ແລະ ປະເທດລາວຂອງເຮົາໄດ້ ເຖິງແມ່ນວ່າຈະບໍ່ໄດ້ທີ່ໜຶ່ງມາຄອງກໍຕາມ ແຕ່ກໍເປັນຂີດໝາຍທີ່ດີ ແລະ ສ້າງປະຫວັດສາດຄັ້ງສໍາຄັນໃນການປະກວດໃນເວທີສາກົນຄັ້ງນີ້.

ພາຍຫຼັງທີ່ໜຸ່ມໂຊກເດີນທາງມາເຖິງສະໜາມບິນສາກົນວັດໄຕ ແມ່ນມີຄວາມຍິ້ມແຍ້ມແຈ່ມໃສ. ພ້ອມນີ້, ນ້ອງຍັງໄດ້ໃຫ້ສໍາພາດເຖິງຄວາມຮູ້ສຶກຂອງຕົນເອງວ່າ ພາຍຫຼັງທີ່ເຂົ້າຮ່ວມປະກວດແມ່ນໄດ້ບົດຮຽນ ແລະ ປະສົບການຫຼາຍຢ່າງເລີຍຈາກເວທີສາກົນ ໂດຍສະເພາະກໍແມ່ນການຮຽນຮູ້ກ່ຽວກັບການເດີນແບບ ແລະ ໄດ້ເພື່ອນມິດຕະພາບອັນຍິ່ງໃຫຍ່ຈາກຜູ້ເຂົ້າຮ່ວມປະກວດ ລວມໄປເຖິງບົດຮຽນຄວາມຮູ້ຕ່າງໆດ້ວຍ.

ການແຂ່ງຂັນໃນເວທີດັ່ງກ່າວນີ້ແມ່ນຮູ້ເລີຍວ່າການແຂ່ງຂັນໃນເວທີສາກົນຈະໄດ້ຮຽນຮູ້ຫຼາຍຢ່າງ ລວມໄປເຖິງມີຄູທີ່ຄອຍມາຝຶກສອນ ໃນການເດີນແບບເຮັດໃຫ້ເຮົາໄດ້ບົດຮຽນຈາກຈຸດນີ້ມາພັດທະນາຕົນເອງໃຫ້ດີຂຶ້ນ ແລະ ເກັ່ງຂຶ້ນນັ້ນເອງ.
ຄວາມຮູ້ສຶກໃນຕອນທີ່ທາງກອງປະກວດ Mister Celebrity International 2023 ປະກາດລາຍຊື່ຂອງຜູ້ຜ່ານເຂົ້າຮອບ ແລະ ໄດ້ຍິນການປະກາດຄໍາວ່າລາວ ແມ່ນດີໃຈສຸດໆ ທໍາອິດກໍໃຈຫາຍບໍ່ຄິດວ່າຕົນເອງຈະຜ່ານເຂົ້າຮອບ ແລະ ພໍໄດ້ຍິນປະກາດຊື່ຕົນເອງ ແລະ ຄໍາວ່າລາວແມ່ນດີໃຈຈົນນໍ້າຕາຊຶມເລີຍ.

ພ້ອມນີ້ນ້ອງກໍຍັງກ່າວຄຳຂອບໃຈມາຍັງຜູ້ທີ່ຢູ່ເບື້ອງຫຼັງທຸກໆທ່ານ ບໍ່ວ່າຈະເປັນພາກສ່ວນທຸລະກິດທີ່ໃຫ້ການສະໜັບສະໜູນຢ່າງເຕັມທີ່ ຂອບໃຈປະທານ ຊ້າງ ໄຊຊະນະນໍລະສິງ ສີສານ ປະທານເວທີ Mister Laos ທີ່ໃຫ້ໂອກາດອັນແສນລ້ຳຄ່າ ຂອບໃຈແມ່ ແລະ ຄອບຄົວ ທີ່ຄອຍໃຫ້ກຳລັງໃຈ ຂອບໃຈແຟນໆທີ່ໃຫ້ກຳລັງໃຈທີ່ດີ ແລະ ຂອບໃຈອ້າຍໆເອື້ອຍສື່ມວນຊົນທຸກຂະແໜງທີ່ໃຫ້ຄວາມສົນໃຈຕິດຕາມຂ່າວສານໃນການປະກວດໃນຄັ້ງນີ້.

ນີ້ກໍແມ່ນບົດສໍາພາດທັງໝົດເຖິງຄວາມຮູ້ສຶກຂອງນ້ອງ ປາໂຊກໄຊ ທີ່ໄດ້ບັນຍາຍເຖິງຄວາມຮູ້ສຶກຂອງຕົນເອງພາຍຫຼັງທີ່ຜ່ານເຂົ້າໄປເຖິງຮອບ 10 ຄົນ ຈາກທີ່ມີປະເທດເຂົ້າຮ່ວມເຖິງ 24 ປະເທດ ເຊິ່ງນ້ອງກໍເຮັດດີທີ່ສຸດ ແລະ ເຊື່ອແນ່ວ່າແຟນໆກໍເຫັນໄດ້ເຖິງຄວາມພະຍາຍາມຂອງນ້ອງທີ່ມີ ແລະ ນ້ອງກໍເຮັດເຕັມທີ່ທີ່ສຸດແລ້ວທີມຂ່າວບັນເທີງຕ້ອງຂໍສະແດງ ຄວາມດີໃຈ ແລະ ກໍຊົມເຊີຍຕໍ່ຜົນສໍາເລັດຂອງນ້ອງໃນຄັ້ງນີ້ດ້ວຍ.
ຊ່ອງທາງການຕິດຕາມ Pasokxay Lathouly.