ລັດຖະບານໃຊ້ງົບ 14 ຕື້ກວ່າກີບ ສ້າງສູນເຮືອນພັກຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ

106

ພິທີ ມອບ-ຮັບ ອາຄານ ສູນເຮືອນພັກຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ ໄດ້ຈັດຂຶ້ນຢ່າງເປັນທາງການຢູ່ ແຂວງຫຼວງນໍ້າທາ ໃນວັນທີ 3 ພຶດສະພາ 2023 ທີ່ຜ່ານມາ ໂດຍການເຂົ້າຮ່ວມຂອງ ພົອ ວິໄລ ຫຼ້າຄໍາຟອງ  ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງ ປກສ, ປະທານຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ມີ ພົຕ ຈັນສະແຫວງ ທິບຄູນທອງ ຮອງເລຂາພັກແຂວງ, ປະທານກວດກາ ແຂວງຫຼວງນໍ້າທາ, ມີຮອງປະທານສູນກາງສະຫະພັນແມ່ຍິງລາວ, ປະທານບໍລິສັດ ທະວີຊັບ ກໍ່ສ້າງ ຈໍາກັດ ຜູ້ດຽວ, ບັນດາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ, ແຂວງ, ຫ້ອງວ່າການກະຊວງ, ບັນດາກົມໃຫຍ່, ສະມາຊິກກອງເລຂາ ຄະນະກໍາມະການຕ້ານການຄ້າມະນຸດ ພ້ອມດ້ວຍນັກທຸລະກິດ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

No description available.
ພົຈວ ແກ່ນຈັນ ພົມມະຈັກ ຮອງຫົວໜ້າກົມໃຫຍ່ຕໍາຫຼວດ, ຫົວໜ້າກອງເລຂາຄະນະກໍາມະການຕ້ານການຄ້າມະນຸດລະດັບຊາດ ໄດ້ກ່າວວ່າ: ບັນຫາການຄ້າມະນຸດ ແມ່ນອາຊະຍາກຳຮ້າຍແຮງ ມີລັກສະນະຂ້າມຊາດ ເຊິ່ງໄດ້ເກີດຂຶ້ນ, ກຳລັງເກີດຂຶ້ນ ແລະ ຍັງຈະສືບຕໍ່ເກີດຂຶ້ນ ດ້ວຍຫຼາຍຮູບການ, ຫຼາຍວິທີການ. ສໍາລັບ ສປປ ລາວ ເປັນປະເທດໜຶ່ງ ໃນບັນດາປະເທດທີ່ໄດ້ຮັບຜົນກະທົບຈາກບັນຫາອາຊະຍາກຳດັ່ງກ່າວ ເຊິ່ງໄລຍະຜ່ານມາມີປະຊາຊົນຈຳນວນບໍ່ໜ້ອຍຕົກເປັນຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ເຊິ່ງໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ຮ່າງກາຍ, ຊີວິດ, ຈິດໃຈ, ກຽດສັກສີ ແລະ ສິດເສລີພາບຂອງຄວາມເປັນພົນລະເມືອງ.

No description available.

ຍ້ອນບັນຫາດັ່ງກ່າວ ລັດຖະບານ ເວົ້າສະເພາະ ຄະນະກຳມະການຕ້ານການຄ້າມະນຸດລະດັບຊາດ ໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສະກັດກັ້ນ-ແກ້ໄຂບັນຫາການຄ້າມະນຸດ ແລະ ວຽກງານການຊ່ວຍເຫຼືອທັງ 6 ດ້ານ ໂດຍສະເພາະແມ່ນດ້ານການພັກເຊົາ ເຊິ່ງໄລຍະຜ່ານມາ ສະຖານທີ່ພັກເຊົາສຳລັບຜູ້ຖືກເຄາະຮ້າຍຈາກການຄ້າມະນຸດແມ່ນມີພຽງສູນແຫ່ງດຽວຂອງລັດຢູ່ທີ່ນະຄອນຫຼວງວຽງຈັນ ກໍຄືສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ຍິງ-ເດັກນ້ອຍ ເຫັນວ່າບໍ່ສາມາດຕອບສະໜອງກັບຄວາມຮຽກຮ້ອງຕ້ອງການໄດ້ເທົ່າທີ່ຄວນ ດັ່ງນັ້ນຈຶ່ງໄດ້ສ້າງຕັ້ງສູນເຮືອນພັກຊົ່ວຄາວອີກໜຶ່ງແຫ່ງຢູ່ບ້ານນາລື, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ ໂດຍສັງລວມບໍລິມາດ ແລະ ມູນຄ່າໂຄງການ ລວມທັງໝົດ 14.207.755.878 ກີບ ໂດຍແມ່ນບໍລິສັດ ທະວີຊັບ ກໍ່ສ້າງ ຈໍາກັດຜູ້ດຽວ ເປັນຜູ້ຮັບເໝົາໂຄງ ການກໍ່ສ້າງ.

No description available.
ທ່ານ ສຸກດາລາ ນໍລະແສງ ປະທານ ບໍລິສັດ ທະວີຊັບ ກໍ່ສ້າງ ຈຳກັດຜູ້ດຽວ ໄດ້ລາຍງານກ່ຽວກັບຜົນສໍາເລັດຂອງການກໍ່ສ້າງສູນເຮືອນພັກຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ ທີ່ແຂວງຫຼວງນໍ້າທາ ເຊິ່ງໄດ້ເລີ່ມກໍ່ສ້າງແຕ່ວັນທີ 7 ພຶດສະພາ 2021 ຮອດ ວັນທີ 18 ກຸມພາ 2023 ຈຶ່ງສໍາເລັດ ເຊິ່ງໃນການຈັດຕັ້ງປະຕິບັດ ບໍລິສັດ ໄດ້ປະສານສົມທົບ ແລະ ເອກະພາບກັນກັບຄະນະຮັບຜິດຊອບໂຄງການ, ວິຊາການຕິດຕາມພາກສະໜາມ ເຊິ່ງໄດ້ມີການລົງຊຸກຍູ້ຕິດຕາມ, ກວດກາໂຄງການເປັນແຕ່ລະໄລຍະ ຕາມແຜນດໍາເນີນງານກໍ່ສ້າງ ເຮັດໃຫ້ການປະຕິບັດໂຄງການກໍ່ສ້າງສໍາເລັດຕາມຄາດໝາຍ ແລະ ສັນຍາທີ່ໄດ້ກໍານົດໄວ້ທຸກປະການ.

No description available.
ໃນຕອນທ້າຍ ໄດ້ມີພິທີເຊັນມອບ-ຮັບ ອາຄານ ສູນເຮືອນພັກຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ຢ່າງເປັນທາງການ ລະຫວ່າງ ພຈົວ ອິນສົມ ທໍາລາສິນ ຫົວໜ້າກອງບັນຊາການ ປກສ ແຂວງຫຼວງນໍ້າທາ, ຜູ້ຊີ້ນໍາວຽກງານຕ້ານການຄ້າມະນຸດ ແຂວງຫຼວງນໍ້າທາ ແລະ ທ່ານ ສຸກດາລາ ນໍລະແສງ ປະທານບໍລິສັດ ທະວີຊັບ ກໍ່ສ້າງ ຈໍາກັດຜູ້ດຽວ ໂດຍຊ່ອງໜ້າ ທ່ານ ພົອ ວິໄລ ຫຼ້າຄໍາຟອງ ແລະ ທ່ານ ພົຕ ຈັນສະແຫວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ຈາກນັ້ນ, ໄດ້ພ້ອມກັນຕັດແຖບຜ້າ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີຣິມຸງຄຸນ ໃຫ້ແກ່ສູນເຮືອນພັກຊົ່ວຄາວຜູ້ຖືກເຄາະຮ້າຍຈາກການຄ້າມະນຸດ ພາກເໜືອ ທີ່ແຂວງຫຼວງນໍ້າທາ.

 

ໂດຍ: ວາລະສານປ້ອງກັນຄວາມສະຫງົບ