ຄຳມ່ວນເຂັ້ມງວດເຈົ້າໜ້າທີ່ລົງພື້ນທີ່ຕິດຕາມກວດກາການຊື້-ຂາຍ ສັດນໍ້າ-ສັດປ່າ

47

ໃນວັນທີ 3 ພຶດສະພາ 2023 ທີ່ຜ່ານມາ ທີ່ຕະຫຼາດບ້ານໂຄກສະຫວ່າງ ເມືອງຍົມມະລາດ ແຂວງຄຳມ່ວນ ທ່ານ ສີລາ ຈັນທະລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ພ້ອມດ້ວຍທີມງານໄດ້ລົງເຄື່ອນໄຫວຕິດຕາມກວດກາ, ສະກັດກັ້ນການຊື້-ຂາຍສັດນໍ້າສັດປ່າ ແລະ ໂຄສະນາປູກຈິດສໍານຶກດ້ານການອານຸລັກສັດນໍ້າ-ສັດປ່າໃຫ້ພໍ່ແມ່ປະຊາຊົນ ແລະ ພໍ່ຄ້າຊາວຂາຍໄດ້ຮັບຮູ້ ແລະ ເຂົ້າໃຈ.

No description available.

ອີກດ້ານໜຶ່ງກໍ່ເພື່ອເປັນການປົກປັກຮັກສາ ແລະ ຂະຫາຍາຍພັນຂອງສັດນ້ຳ-ສັດປ່າຢ່າງຍາວນານໂດຍບໍ່ມີການສົ່ງຜົນກະທົບຕໍ່ທຳມະຊາດ, ຖິ່ນທີ່ຢູ່ອາໄສ, ຈຳກັດການຫລຸດລົງ ແລະ ສູນພັນຂອງສັດນ້ຳ-ສັດປ່າ ພ້ອມທັງປຸກລະດົມທົ່ວປວງຊົນໃຫ້ເຫັນໄດ້ຄວາມສຳຄັນ, ເປັນເຈົ້າໃນການຄຸ້ມຄອງ, ອານຸລັກ, ປົກປັກຮັກສາສັດນ້ຳ-ສັດປ່າ.

No description available.

ພ້ອມນັ້ນຍັງໄດ້ມີການເຜີຍແຜ່ຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍການຮັບຮອງເອົາບັນຊີສັດນ້ຳ-ສັດປ່າປະເພດຫວງຫ້າມ ຫຼື ບັນຊີ I ແລະ ປະເພດຄຸ້ມຄອງ ຫຼື ບັນຊີ II ແລະ ແຈ້ງການຂອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ເລື່ອງໃຫ້ເພີ່ມທະວີການຕິດຕາມ, ກວດກາ, ສະກັດກັ້ນການຊື້-ຂາຍສັດນໍ້າ ແລະ ສັດປ່າ.

No description available.
ທ່ານ ສີລາ ຈັນທະລາວົງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຍັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນບັນດາເຜົ່າຫ້າມລ້າສັດນໍ້າ-ສັດປ່າແບບດັບສູນ ຫຼື ໃນໄລຍະສັດນໍ້າ-ສັດປ່າຢູ່ໃນຊາວງເພາະພັນເພື່ອບໍ່ໃຫ້ບັນດາສັດເຫຼົ່ານີ້ສູນພັນໄປ.

ໂດຍ: ຂ່າວສານແຂວງຄຳມ່ວນ