ທີມຊາດຍິງລາວ ປະເດີມສະໜາມເສຍໃຫ້ ເຈົ້າພາບ ໃນບານເຕະຍິງ ຊີເກມ 2023 ເຫຼືອອີກ 2 ນັດ

286

ເມື່ອວັນທີ 3 ພຶດສະພາ 2023 ທີມຊາດລາວ ລົງສະໜາມນັດທໍາອິດພົບກັບ ເຈົ້າພາບ ກໍາປູເຈຍ ແຂ່ງຂັນທີ່ສະໜາມ Smart RSN Stadium ຜ່ານການແຂ່ງຂັນປາກົດວ່າ: ເຄິ່ງເວລາທໍາອິດທີມຊາດລາວ ເສຍໄປ 2 ປະຕູກ່ອນຈົບຖືກນໍາຢູ່ 0-2, ສ່ວນເຄິ່ງເວລາທີ 2 ທີມຊາດລາວ ກໍພະຍາຍາມບຸກ ແຕ່ຍັງບໍ່ດີພໍ ກ່ອນຈົບການແຂ່ງຂັນເສຍໃຫ້ກັບ ກໍາປູເຈຍ 0-2, ສ່ວນຜົນອີກຄູ່ໜຶ່ງ ທີມຊາດຍິງໄທ ເອົາຊະນະ ສິງກະໂປ 4-0.

ສໍາລັບ ທີມຊາດຍິງລາວ ຊຸດໃຫຍ່ ແມ່ນຖືກຈັດ ຢູ່ຮ່ວມກຸ່ມ B ປະກອບມີ: ກໍາປູເຈຍ, ໄທ ແລະ ສິງກະໂປ ໂດຍຕາຕະລາງ ການແຂ່ງຂັນ ບານເຕະຍິງ ຊີເກມ ຄັ້ງທີ 32 ນັດຕໍ່ໄປມີດັ່ງນີ້:
– 06/05/2023 ເວລາ 16:00 ໂມງ ລາວ ພົບ ໄທ ທີ່ສະໜາມ Smart RSN Stadium
– 09/05/2023 ເວລາ 20:00 ໂມງ ສິງກະໂປ ພົບ ລາວ ທີ່ສະໜາມ ARMY Stadium
ຂ່າວ: Larh Creators; ຮູບຈາກ: ສຕລ