10 ແຂວງເປົ້າໝາຍຄ້ຳປະກັນສະບຽງອາຫານ ຕ້ອງຮັບປະກັນເລື່ອງເຂົ້າກິນ

735

ເຊື່ອວ່າຫຼາຍຄົນທີ່ຕິດຕາມຂ່າວສານເປັນປະຈຳຈະໄດ້ຮູ້ແລ້ວວ່າ ໃນ ສປປ ລາວເຮົາໄດ້ກຳນົດເອົາ 10 ແຂວງເປັນແຂວງເປົ້າໝາຍການຜະລິດເຂົ້າ ໃຫ້ສາມາດຄ້ຳປະກັນສະບຽງອາຫານປະເພດເຂົ້າໄດ້ ມື້ນີ້ເຮົາມາເບິ່ງກັນມີແຂວງໃດແນ່.

No photo description available.

ອີງໃສ່ແຜນພັດທະນາເສດຖະກິດ – ສັງຄົມ ມະຫາພາກ ຂອງກະຊວງແຜນການ ແລະ ການລົງທຶນ ໃຫ້ຮູ້ວ່າ: ໃນແຜນປີ 2023 ໃນຂົງເຂດວຽກງານກະສິກຳ ແມ່ນສຸມໃສ່ການຜະລິດເຂົ້າ ໃນ 10 ແຂວງ ເປົ້າໝາຍຂອງໂຄງການຄໍ້າປະກັນສະບຽງອາຫານຫຼາຍແຫ່ງ ໂດຍສະເພາະແມ່ນເລັ່ງໃສ່ ແຂວງຄຳມ່ວນ, ສະຫວັນນະເຂດ, ສາລະວັນ ແລະ ຈໍາປາສັກ ຜະລິດເພື່ອຄໍ້າປະກັນສະບຽງອາຫານໃຫ້ແກ່ບັນດາແຂວງພາກກາງ, ພາກໃຕ້ ແລະ ເປັນສິນຄ້າສົ່ງອອກ.

No photo description available.
ສຳລັບແຂວງໄຊຍະບູລີ, ຫຼວງນໍ້າທາ ແລະ ບໍ່ແກ້ວ ແມ່ນເລັ່ງໃສ່ຜະລິດເຂົ້າເພື່ອສະໜອງໃຫ້ແກ່ບັນດາ ແຂວງພາກເໜືອ. ສ່ວນແຂວງວຽງຈັນ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ແມ່ນເລັ່ງໃສ່ຜະລິດເພື່ອສະໜອງໃຫ້ແກ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງພາກເໜືອຈຳນວນໜຶ່ງ ລວມທັງເປັນສິນຄ້າສົ່ງອອກ.

No photo description available.
ນອກນີ້ຕ້ອງສ້າງແຜນການ ແລະ ມາດຕະການດຸ່ນດ່ຽງການຜະລິດ ແລະ ການບໍລິໂພກ, ມີການຈັດຕັ້ງການຜະລິດເປັນກຸ່ມສະຫະກອນ, ເປັນຟາມແບບຫົວໜ່ວຍວິສາຫະກິດ; ມີນະໂຍບາຍສົ່ງເສີມການຜະລິດ, ການປຸງແຕ່ງເພີ່ມມູນຄ່າ ແລະ ຄຸນນະພາບຂອງຜະລິດຕະພັນ, ການເຂົ້າເຖິງສິນເຊື່ອ ແລະ ຕະຫຼາດ ລວມທັງການຂົນສົ່ງຈໍລະຈອນສິນຄ້າ ພ້ອມດຽວກັນນີ້ຕ້ອງມີມາດຕະການຊ່ວຍໜູນເພື່ອຫຼຸດຜ່ອນຜົນກະທົບຈາກໄພພິບັດທຳມະຊາດ.

No photo description available.
ນອກນັ້ນ ກໍມີແຜນການ ແລະ ມາດຕະການຄຸ້ມຄອງພັດທະນາທີ່ດິນກະສິກຳ; ການພັດທະນາຊົນລະກະເສດ; ການຄົ້ນຄວ້າທົດລອງທາງວິທະຍາສາດດ້ານກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມທັງມີກົນໄກປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງຢ່າງສະໜິດແໜ້ນ ທັງໝົດນີ້ກໍ່ເພື່ອຮັບປະກັນການຜະລິດໃຫ້ພຽງພໍໂດຍພື້ນຖານກັບຄວາມຕ້ອງການບໍລິໂພກພາຍໃນ ເປັນການຫຼຸດຜ່ອນການນຳເຂົ້າ ແລະມີສ່ວນສົ່ງອອກອີກດ້ວຍ.

No photo description available.