ຊາດີເບົາຫວານດີຕໍ່ສຸຂະພາບຄົນສູງໄວ

26

ຜະລິດຕະພັນພື້ນເມືອງລາວ ມີຫຼາຍຢ່າງທີ່ກ່ຽວຂ້ອງກັບການບໍາລຸງຮັກສາສຸຂະພາບ. ໜຶ່ງໃນນັ້ນ, ກໍແມ່ນຊາດີເບົາຫວານ ເຊິ່ງແທດເໝາະກັບຍຸກປັດຈຸບັນທີ່ມີຄົນໄວກາງຄົນຈໍານວນບໍ່ໜ້ອຍກວດພົບພະຍາດນີ້.

ການບໍລິໂພກປະເພດຜະລິດຕະພັນພື້ນເມືອງ ທີ່ມີ ຄວາມປອດໄພຈາກສານປະສົມຕ່າງໆ ອາດຈະເຫັນຜົນຊ້າ ແຕ່ມີລັກສະນະຍືນຍົງ ຫຼື ມີຜົນດີໄລຍະຍາວ ເພາະຈະໄດ້ຮັບການສ້ອມແຊມບໍາລຸງຮັກສາຈາກພາຍໃນສູ່ພາຍນອກ ເຊັ່ນດຽວກັບຊາດີເບົາຫວານ ຕ້ອງອາໄສການບໍລິໂພກຫຼາຍວັນຕິດຕໍ່ກັນ ຫຼື ດື່ມເປັນປະຈໍາໄລຍະຍາວ ອາດບໍ່ດື່ມທຸກມື້ກໍໄດ້.

ຊາດີເບົາຫວານ ໄດ້ຜ່ານຂະບວນການປະສົມທາດອາຫານຫຼາຍໆຢ່າງ ນໍາມາບັນຈຸໄວ້ໃນຊອງດຽວ ໂດຍຜ່ານການທົດລອງຄົ້ນຄວ້າມາກ່ອນແລ້ວ ຈຶ່ງໄດ້ອອກມາເປັນຜະລິດຕະພັນວາງຈໍາໜ່າຍ. ສ່ວນປະສົມຕົ້ນຕໍ ກໍແມ່ນໝາກຍໍ, ໝາກຫະ, ກົກເຕີຍ, ໃບຍົມ, ໃບອີ່ຕູ່…


▶ສັບພະຄຸນ: ຊ່ວຍຫຼຸດອາການພະຍາດເບົາຫວານ, ຫຼຸດທາດນໍ້າຕານໃນກະແສເລືອດ, ຫຼຸດໄຂມັນ, ຊ່ວຍກະຕຸ້ນມ້າມຜະລິດຮໍໂມນອິນຊູລິນໃຫ້ຮ່າງກາຍ, ຊ່ວຍບໍາລຸງຮ່າງກາຍນອນຫຼັບດີ.
▶ວິທີບໍລິໂພກ: ນໍາເອົາຊອງຊາ 1 ຊອງນ້ອຍແຊ່ນ້ຳຮ້ອນ 1 ຈອກແລ້ວດື່ມຕາມ ຄວາມຕ້ອງການ ເຊິ່ງໃນ 1 ຊອງສາມາດຕື່ມນໍ້າໄດ້ 2 ເທື່ອ.
▶ເວົ້າໄດ້ວ່າ: ງ່າຍທີ່ສຸດໃນການຮັກສາ ແລະ ບໍລິໂພກ ເພາະຊາດີເບົາຫວານໄດ້ມີການຫຸ້ມຫໍ່ຢ່າງຄັກແນ່ ມີແຕ່ເກັບໄວ້ບ່ອນຮົ່ມອຸນຫະພູມປົກກະຕິ ເວລາຈະບໍລິໂພກກໍນໍາເອົາຊອງຊາມາໃສ່ຈອກນໍ້າອຸ່ນ ປະໄວ້ໄລຍະໜຶ່ງແລ້ວດື່ມຍາມເຊົ້າ ຫຼື ເວລາເຮັດວຽກຢູ່ຫ້ອງການຄ່ອຍຍົກມາຈິບເທື່ອລະໜ້ອຍ.

ຊາດີເບົາຫວານໃຜໆກໍດື່ມໄດ້ ໂດຍສະເພາະແມ່ນໄວກາງຄົນ ແລະ ຜູ້ອາຍຸສູງ ລວມທັງຜູ້ທີ່ມີພະຍາດເບົາຫວານພະຍາດປະຈຳຕົວ ເຊິ່ງຜູ້ທີ່ບໍ່ກວດພົບພະຍາດເບົາຫວານ ກໍສາມາດດື່ມປ້ອງກັນໄວ້ກໍໄດ້ເຊັ່ນດຽວກັນ.
ຊາດີເບົາຫວານຜະລິດ ແລະ ຈໍາໜ່າຍໂດຍ: ສູນສົ່ງເສີມຜະລິດຕະພັນລາວປອດສານພິດ ເຊິ່ງຕັ້ງຢູ່ບ້ານວຽງຈະເລີນ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ.