ສຳນັກຂ່າວຊິນຫົວລາຍງານວ່າ: ຜົນສຳຫຼວດຫຼ້າສຸດຂອງທະນາຄານກາງຍີ່ປຸ່ນ ລະບຸວ່າ: ປະຊາຊົນ 94,5% ໄດ້ຮັບຜົນກະທົບຈາກລາຄາສິນຄ້າແພງຂຶ້ນຫຼາຍກວ່າປີຜ່ານມາ, ໃນນີ້ 62,8% ມີຄວາມຄິດເຫັນວ່າລາຄາສິນຄ້າເພີ່ມຂຶ້ນຫຼາຍທີ່ສຸດ.
ການສຳຫຼວດຄັ້ງນີ້ ໄດ້ສຳພາດຄວາມຄິດເຫັນກຸ່ມຕົວຢ່າງຜູ້ທີ່ມີອາຍຸ 20 ປີຂຶ້ນໄປ ຈຳນວນ 1.981 ຄົນ, ໃນນີ້ປະມານ 56% ປະເຊີນກັບວິກິດການດ້ານການເງິນ, ຕາມການສຳຫຼວດທີ່ຈັດຂຶ້ນທຸກ 3 ເດືອນ ສະແດງໃຫ້ເຫັນວ່າ ຄ່າໃຊ້ຈ່າຍເພີ່ມຂຶ້ນຂອງຜູ້ຄົນສ່ວນໃຫຍ່ ໝົດໄປກັບສິນຄ້າປະເພດອາຫານ, ຮອງລົງມາແມ່ນເຄື່ອງໃຊ້ປະຈຳວັນ ແລະ ເຄື່ອງໃຊ້ໄຟຟ້າ ຕາມລຳດັບ.