ຄາດໝາຍສູ້ຊົນແຂວງຈຳປາສັກວາງ ປີນີ້ໃຫ້ເສດຖະກິດຂະຫຍາຍຕົວ ໃນລະດັບ 5% ຂຶ້ນໄປ

46

ໃນກອງປະຊຸມເຜີຍແຜ່ແນະນໍາການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານແຫ່ງລັດ ປະຈຳປີ 2023 ຂອງແຂວງຈຳປາສັກ ທີ່ຈັດຂຶ້ນໃນວັນທີ 3 ພຶດສະພາ 2023 ນີ້ ທ່ານ ສຸກສະຫວັນ ວິໄລວົງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງຈຳປາສັກ ໄດ້ໃຫ້ຮູ້ວ່າ: ໃນປີ 2023 ນີ້ການເຕີບໂຕເສດຖະກິດແຂວງຈຳປາສັກຈະ ສູ້ຊົນໃຫ້ລວມຍອດຜະລິດຕະພັນພາຍໃນ (GDP) ຂະຫຍາຍຕົວ ໃນລະດັບ 5% ຂຶ້ນໄປ, ຄິດເປັນມູນຄ່າລາຄາໃນປີ 33.210,65 ຕື້ກີບ, ລວມຍອດຜະລິດຕະພັນ ພາຍໃນ ສະເລ່ຍຕໍ່ຫົວຄົນ ເທົ່າກັບ 2.957 ໂດລາສະຫະລັດຕໍ່ຄົນ, ໃນນີ້: ຂະແໜງກະສິກໍາ ຂະຫຍາຍຕົວເພີ່ມຂຶ້ນ 2,33%, ກວມເອົາ 30,21% ຂອງ GDP; ຂະແໜງອຸດສາຫະກໍາ ຂະຫຍາຍຕົວເພີ່ມຂຶ້ນ 1,51%, ກວມເອົາ 26,65% ຂອງ GDP; ຂະແໜງບໍລິການ ຂະຫຍາຍຕົວເພີ່ມຂຶ້ນ 9,37%, ກວມເອົາ 43,14% ຂອງ GDP.No description available.

ຄາດໝາຍດ້ານງົບປະມານລັດ: ສູ້ຊົນເກັບລາຍຮັບງົບປະມານທັງໝົດ ໃຫ້ໄດ້ 1.923,75 ຕື້ກີບ ເທົ່າກັບ 5,79% ຂອງ GDP; ຄາດຄະເນລາຍຈ່າຍງົບປະມານທັງໝົດ ໃຫ້ຢູ່ໃນລະດັບ 673,87 ຕື້ກີບ ເທົ່າກັບ 2% ຂອງ GDP.
ຄາດໝາຍດ້ານເງິນຕາ: ສູ້ຊົນຄວບຄຸມອັດຕາເງິນເຟີ້ສະເລ່ຍຫມົດປີ ໃຫ້ຢູ່ໃນລະດັບ 1 ຕົວເລກ; ຄຸ້ມຄອງອັດຕາແລກປ່ຽນເໜັງຕີງສອດຄ່ອງກັບລະດັບລະດັບດຸນຍະພາບທາງດ້ານເສດຖະກິດ-ເງິນຕາ ແລະ ບໍ່ສ້າງແຮງກົດດັນຕໍ່ອັດຕາເງິນເຟີ້; ຊຸກຍູ້ທະນາຄານທຸລະກິດສືບຕໍ່ລະດົມເງິນຝາກຂອງທະນາຄານທຸລະກິດ ໃຫ້ບັນລຸໄດ້ 3.291,47 ຕື້ກີບ ກວມ 9,9% ຂອງ GDP; ຊຸກຍູ້ໃຫ້ທະນາຄານທຸລະກິດປ່ອຍສິນເຊື່ອ ໃຫ້ບັນລຸໄດ້ 4.527,64 ຕື້ກີບ ກວມ 13,6% ຂອງ GDP ແລະ ຄວບຄຸມອັດຕາສ່ວນຫນີ້ບໍ່ເກີດດອກອອກຜົນ (NPLs) ໃຫ້ຢູ່ໃນລະດັບບໍ່ເກີນ 3% ຂອງສິນເຊື່ອທັງໝົດ.

No description available.
ຄາດຫມາຍຂາເຂົ້າ-ຂາອອກ: ສູ້ຊົນໃຫ້ມູນຄ່າການສົ່ງອອກບັນລຸໄດ້ 463,57 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ 344,89 ລ້ານໂດລາສະຫະລັດ ແລະ ດຸນການຄ້າຕ່າງປະເທດ ເກີນດຸນ 118,68 ລ້ານ ໂດລາສະຫະລັດ.
ຄາດຫມາຍການລົງທຶນທົ່ວສັງຄົມ: ສູ້ຊົນລະດົມການລົງທຶນລວມທັງຫມົດ ໃຫ້ໄດ້ 9.195,35 ຕື້ກີບ ເທົ່າກັບ 27,69% ຂອງ GDP.

No description available.
ຄາດໝາຍຂະແໜງເສດຖະກິດ: ດ້ານກະສິກໍາ ແລະ ປ່າໄມ້: ສູ້ຊົນການຜະລິດເຂົ້າເປືອກລວມ ໃຫ້ໄດ້ 471.486 ໂຕນ; ຜະລິດພືດລະດູແລ້ງ ແລະ ລະດູຝົນ ໃຫ້ໄດ້ 1.640.278 ໂຕນ; ການຜະລິດພືດສະບຽງອາຫານ ໃຫ້ໄດ້ 143.328 ໂຕນ; ການຜະລິດພືດເປັນສິນຄ້າ ໃຫ້ໄດ້ 1.490.778 ໂຕນ; ຕິດຕາມຊຸກຍູ້ການປູກກາເຟທັງໝົດໃຫ້ໄດ້ຜົນຜະລິດກາເຟ ໝາກແດງ 428.893 ໂຕນ (ໝາກຊ້ອມ ໃຫ້ໄດ້ 67.257 ໂຕນ) ແລະ ຜົນຜະລິດຢາງພາລາໃຫ້ໄດ້ 147.120 ໂຕນ (ນໍ້າຢາງໃສ); ການຜະລິດຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ 50.518 ໂຕນ) ເພື່ອຮັບປະກັນສະໜອງການບໍລິໂພກຊີ້ນ, ປາ, ໄຂ່ ໃຫ້ໄດ້ສະເລ່ຍ 64,44 ກິໂລ/ຄົນ.

No description available.

ດ້ານອຸດສາຫະກໍາ ແລະ ການຄ້າ: ສູ້ຊົນສ້າງມູນຄ່າການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ບັນລຸ 5.607,88 ຕື້ກີບ, ມູນຄ່າການຈໍາໜ່າຍການຜະລິດອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ໃຫ້ບັນລຸ 7.333,34 ຕື້ກີບ, ມູນຄ່າການເກັບຊື້ພາຍໃນໃຫ້ໄດ້ 21.150 ຕື້ກີບ ແລະ ສ້າງມູນຄ່າການຈໍລະຈອນສິນຄ້າ ໃຫ້ບັນລຸ 22.289,52 ຕື້ກີບ.