ຕົວແບບທີ່ດີ ໂຮງໝໍແຂວງວຽງຈັນ ສ້າງທະນາຄານຂີ້ເຫຍື້ອຣີໄຊເຄີ້ນ

132

ໃນວັນທີ 02 ພຶດສະພາ 2023 ທີ່ຜ່ານມາ ທີ່ໂຮງໝໍແຂວງວຽງຈັນໄດ້ຈັດພິທີສ້າງທະນາຄານຂີ້ເຫຍື້ອຣີໄຊເຄີ້ນຂຶ້ນ ໃນພິທີດັ່ງກ່າວແມ່ນໃຫ້ກຽດຕັດແຖບຜ້າ ແລະ ເປີດປ້າຍທະນາຄານຂີ້ ເຫຍື້ອຣີໄຊເຄີ້ນ ຂອງໂຮງໝໍແຂວງວຽງຈັນ ໂດຍທ່ານ ດຣ ສົມຍົດ ດວງພະຈັນ ຜູ້ອຳນວຍການໂຮງໝໍແຂວງວຽງຈັນ, ມີບັນດາພະນັກງານແພດໝໍພາຍໃນໂຮງໝໍດັ່ງກ່າວເຂົ້າຮ່ວມ.

No description available.
ໂດຍໃນແຕ່ລະວັນຈຳນວນຂີ້ເຫຍື້ອທີ່ເກີດຈາກໂຮງໝໍແຂວງວຽງຈັນ ທັງໝົດມີ 135-140 ກິໂລ (4000-4200 ກິໂລ /ເດືອນ), ໃນນັ້ນຂີ້ເຫຍື້ອຕິດເຊື້ອມີ 15 ກິໂລ ຂີ້ເຫຍື້ອທີ່ເປັນຂອງແຫຼມຄົມ ມີ 5 ກິໂລ, ຂີ້ເຫຍື້ອທົ່ວໄປມີ 100 ກິໂລ ແລະຈະຂີ້ເຫຍື້ອປະເພດໃຊ້ຄືນໄດ້ມີປະມານ 30 ກິໂລ (900-1000 ກິໂລ /ເດືອນ).

No description available.

ໃນໄລຍະຜ່ານມາທາງຄະນະຮັບຜິດຊອບ IPC ແມ່ນໄດ້ມີການແຍກຂີ້ເຫຍື້ອໃນຕຶກໃຫ້ຖຶກຕ້ອງ ແຕ່ຫຼັງຈາກເອົາໄປເຂົ້າສູນລວມເກັບມ້ຽນຂີ້ເຫຍື້ອແລ້ວ ແມ່ນບໍ່ໄດ້ຈຳແນກ ວ່າໂຕໃດໃຊ້ຄືນໄດ້ ແລະ ໂຕໃດໃຫ້ເທດສະບານເອົາໄປຖິ້ມ ດັ່ງນັ້ນຈຶ່ງເຮັດໃຫ້ປະລິມານຂີ້ເຫຍື້ອແມ່ນເພີ້ມຂຶ້ນຫຼາຍ ຄ່າໃຊ້ຈ່າຍແມ່ນສູງສົມຄວນ ເຊິ່ງລວມມີ ຖົງຢາງໃສ່ຂີ້ເຫຍື້ອ ແມ່ນໃຊ້ຫຼາຍຂຶ້ນ ປະມານ 3.000.000 ກີບ /ເດືອນ, ຄ່າຂົນສົ່ງຂີ້ເຫຍື້ອໄປຖິ້ມແມ່ນສູງເຖິງ 4.000.000 ກີບ /ເດືອນ, ແຕ່ຄ່າໃຊ້ຈ່າຍດັ່ງກ່າວຍັງຈະເພີ້ມຂຶ້ນໃນອະນາຄົດ.

No description available.
ເມື່ອເປັນດັ່ງນັ້ນ ທາງຄະນະອຳນວຍການໂຮງໝໍແຂວງວຽງຈັນ ຈຶ່ງເຫັນໄດ້ຄວາມຈຳເປັນທີ່ຈະຕ້ອງແກ້ໄຂບັນຫາຂີ້ເຫຍື້ອເພີ່ມຂຶ້ນ ໂດຍການແຍກຂີ້ເຫຍື້ອຣີໄຊເຄີ້ນໄດ້ ອອກຈາກຂີ້ເຫຍື້ອທົ່ວໄປ ຕັ້ງແຕ່ຕົ້ນທາງ ຈົນຮອດຂອດນຳໄປຈຳໜ່າຍເປັນຂີ້ເຫຍື້ອຣີໄຊເຄີ້ນ ເພື່ອນຳເອົາລາຍຮັບດັ່ງກ່າວເຂົ້າໂຮງໝໍ ແລະ ສ້າງລາຍຮັບໃຫ້ແກ່ພະນັກງານ ໂດຍທິດທາງໃນການສ້າງທະນາຄານຂີ້ເຫຍື້ອຣີໄຊເຄີ້ນຂຶ້ນໂດຍມີຈຸດປະສົງ ເພື່ອຫຼຸດຜ່ອນປະລິມານຂີ້ເຫຍື້ອທົ່ວໄປ ທີ່ທາງໂຮງໝໍຕ້ອງແບກຫາບພາລະຄ່າໃຊ້ຈ່າຍ, ເພື່ອຮັກສາສະພາບແວດລ້ອມຈາກຂີ້ເຫຍື້ອປະເພດຕ່າງໆທີ່ຜະລິດອອກມາຈາກສັງຄົມ.

No description available.

ສຳຄັນອີກອັນໜຶ່ງແມ່ນເພື່ອສ້າງລາຍຮັບຈາກການຂາຍຂີ້ເຫຍື້ອທີ່ເປັນປະໂຫຍດ ແລະ ນຳມາໃຊ້ຄືນໄດ້, ເພື່ອປູກຈິດສຳນຶກແກ່ພະນັກງານໃນການມີສ່ວນຮ່ວມການບໍລິຫານຂີ້ເຫຍື້ອໃນບ່ອນເຮັດວຽກ ແລະ ເຮືອນຢູ່ອາໃສຂອງຕົນເອງ ແລະ ມີເປົ້າໝາຍ ເພື່ອຫຼດຜ່ອນຂີ້ເຫຍື້ອ ແລະ ສ້າງລາຍຮັບຈາກຂີ້ເຫຍື້ອທີ່ສາມາດນຳມາໃຊ້ຄືນ ແລະ ສ້າງຄວາມປອດໄພແກ່ສະພາບແວດລ້ອມໃນສັງຄົມກໍ່ຄືໂຮງໝໍແຂວງວຽງຈັນ.

ຂ່າວ:ໂຮງໝໍແຂວງວຽງຈັນ.