ລາວມີສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະ 77 ຫົວໜ່ວຍໃນປັດຈຸບັນ

76

ໃນວັນທີ 28 ເມສາ 2023 ຜ່ານມານີ້, ທີ່ນະຄອນຫຼວງວຽງຈັນ, ສະຫະພັນນັກບັນຊີອາຊຽນ (AFA) ຮ່ວມກັບສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ (LCPAA), ໄດ້ຈັດກອງປະຊຸມວິຊາການແລກປ່ຽນຄໍາຄິດ ຄໍາເຫັນກ່ຽວກັບສິ່ງທ້າທ້າຍໃນການຈັດຕັ້ງປະຕິບັດມາດຖານສາກົນດ້ານການລາຍງານການເງິນ (IFRS) ປີ 2023 ໂດຍສະເພາະບັນດາປະເທດອານຸພາກພື້ນລຸ່ມແມ່ນໍ້າຂອງ (CLMV ສປປ ລາວ, ກຳປູເຈຍ, ມຽນມາ, ສສ ຫວຽດ ນາມ)

No description available.
ໂດຍການເປັນກຽດເຂົ້າຮ່ວມເປີດກອງປະຊຸມຂອງທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ, ມີປະທານສະຫະພັນນັກບັນຊີອາຊຽນ, ປະທານສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ ສປປ ລາວ, ຫົວໜ້າກົມຄຸ້ມຄອງການບັນຊີ ກະຊວງການເງິນ, ຕາງໜ້າທະນາຄານແຫ່ງ ສປປ ລາວ, ສະມາຊິກສະພາວິຊາຊີບນັກບັນຊີ ແລະ ນັກກວດສອບ, ພ້ອມດ້ວຍນັກຊ່ຽວຊານທີ່ມາຈາກກໍາປູເຈຍ, ລາວ, ມຽນມາ ແລະ ສສ ຫວຽດນາມເຂົ້າຮ່ວມ.

No description available.
ກອງປະຊຸມຄັ້ງນີ້ໄດ້ຮ່ວມກັນແລກປ່ຽນບົດຮຽນຄໍາຄິດຄໍາເຫັນ, ຂໍ້ມູນຂ່າວສານ, ປະສົບການ ແລະ ເປັນເວທີສົນທະນາບັນຫາກ່ຽວກັບສິ່ງທ້າທ້າຍໃນການຈັດຕັ້ງປະຕິບັດມາດຖານສາກົນດ້ານການລາຍງານການເງິນ ຫຼື IFRS ປີ 2023 ຂອງບັນດາວິສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະໃນອາຊຽນ, ສິ່ງທ້າທາຍໃນການຈັດ ຕັ້ງປະຕິບັດ IFRS ສໍາລັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ຫຼື SMEs ໃນອາຊຽນ. ພ້ອມດຽວ ກັນນີ້, ໄດ້ຍົກບາງບັນຫາມານໍາສະເໜີກ່ຽວພັນກັບພາກສ່ວນຄຸ້ມຄອງ ແລະ ຈັດຕັ້ງປະຕິບັດມາດຕະຖານການລາຍງານການເງິນຫຼ້າສຸດຂອງບັນດາປະເທດລຸ່ມແມ່ນໍ້າຂອງເປັນຕົ້ນ: ກ່ຽວກັບການປະເມີນໃນການຂ້າມຜ່ານສູ່ການຈັດ ຕັ້ງປະຕິບັດ IFRS ຢູ່ສປປ ລາວກໍ່ຄືບົດຮຽນຂອງພາກພື້ນ ແລະ ສາກົນ.

No description available.
ໂອກາດນີ້, ທ່ານ ບຸນປອນ ວັນນະຈິດ ຮອງລັດຖະມົນຕີກະຊວງການເງິນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ຄວາມພະຍາຍາມຂອງການພັດທະນາວິຊາຊີບບັນຊີໃນອາຊຽນໃຫ້ມີຄຸນນະພາບທີ່ສູງຂຶ້ນ, ຖືເປັນການສະໜັບສະໜູນການພັດທະນາເສດຖະກິດ–ສັງຄົມອາຊຽນ. ປັດຈຸບັນ ສປປ ລາວ ມີສາຫະກິດທີ່ຮັບໃຊ້ຜົນປະໂຫຍດສາທາລະນະທັງໝົດ 77 ຫົວໜ່ວຍ. ໃນນັ້ນ, ປະກອບດ້ວຍບັນດາທະນາຄານທຸລະກິດ 44 ຫົວໜ່ວຍ, ບໍລິສັດທີ່ຈົດທະບຽນໃນຕະຫຼາດຫຼັກຊັບ 11 ຫົວໜ່ວຍ ແລະ ບໍລິສັດປະກັນໄພ 23 ຫົວໜ່ວຍ.

No description available.

ໂດຍ: ກະຊວງການເງິນ