ອັດຕາເງິນເຟີ້ ກະທົບຕໍ່ຫຼາຍຢ່າງລວມທັງແຮງງານ

605

ບັນຫາເງິນເຟີ້ຍັງເປັນສິ່ງທ້າທາຍຕໍ່ການພັດທະນາເສດຖະກິດ – ສັງຄົມ ໂດຍໃນ 3 ເດືອນຕົ້ນປີ 2023 ອັດຕາເງິນເຟີ້ສືບຕໍ່ເພີ່ມຂຶ້ນລື່ນປີຜ່ານມາ ນອກຈາກກະທົບຕໍ່ການຈັບຈ່າຍລາຍວັນແລ້ວ ຍັງສົ່ງຜົນກະທົບດ້ານແຮງງານພາຍໃນປະເທດ.
ອີງໃສ່ຂໍ້ມູນຈາກສູນສະຖິຕິແຫ່ງຊາດ ສະແດງໃຫ້ເຫັນວ່າ: ອັດຕາເງິນເຟີ້ລວມຂອງລາວ ໃນເດືອນທັນວາ 2022 ເຊິ່ງເປັນຕົວເລກຄ່າສະເລ່ຍສູງສຸດຂອງປີຜ່ານມາ ຢູ່ທີ່ 39,3%; ມາໃນເດືອນມັງກອນ 2023 ອັດຕາເງິນເຟີ້ເພີ່ມຂຶ້ນເປັນ 40,3%, ຕໍ່ມາເດືອນກຸມພາ 41,3% ແລະ ເດືອນມີນາ ຢູ່ທີ່ 41,0% ນັ້ນໝາຍຄວາມວ່າ ໄລຍະ 3 ເດືອນຕົ້ນປີ 2023 ຄ່າສະເລ່ຍອັດຕາເງິນເຟີ້ແມ່ນເພີ່ມສູງຂຶ້ນກວ່າປີຜ່ານມາ.

May be an image of 2 people, suitcase and crowd
ຕໍ່ກັບບັນຫາດັ່ງກ່າວ ຍ່ອມສົ່ງຜົນກະທົບຕໍ່ການດໍາລົງຊີວິດ ແລະ ເສດຖະກິດໂດຍລວມ. ໜຶ່ງໃນນັ້ນ, ກໍມີສ່ວນສົ່ງຜົນກະທົບຕໍ່ແຮງງານ ເຊິ່ງແຮງງານໄວໜຸ່ມຈໍານວນຫຼາຍພາກັນຫຼັ່ງໄຫຼໄປເຮັດວຽກຢູ່ຕ່າງປະເທດ ລວມທັງແຮງງານຄຸນນະພາບຈໍານວນໜຶ່ງ.
ບົດປະກອບຄໍາເຫັນຕໍ່ກອງປະຊຸມນັກທຸລະກິດລາວ ຄັ້ງທີ 14 ເມື່ອເດືອນມີນາ 2023 ຂອງທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ກ່າວກ່ຽວກັບບັນຫາເງິນເຟີ້ບາງຕອນວ່າ: ສະພາບການຂາດເຂີນເງິນຕາ, ອັດຕາແລກປ່ຽນເງິນກີບ ທຽບກັບສະກຸນເງິນຕາຕ່າງປະເທດ ເປັນສິ່ງທ້າທາຍອັນໃຫຍ່ຫຼວງ; ການເພີ່ມຂຶ້ນຂອງອັດຕາເງິນເຟີ້ແມ່ນກະທົບເຖິງລາຄາສໍາເລັດຮູບຂອງການຜະລິດ ແລະ ບໍລິມາດຂົນສົ່ງ ຍ້ອນການເພີ່ມຂຶ້ນຂອງລາຄານໍ້າມັນ; ຜົນກະທົບອັນຕໍ່ມາແມ່ນການຂາດແຄນແຮງງານໃນອຸດສາຫະກໍາ ເພາະແຮງງານລາວໄປເຮັດວຽກຢູ່ຕ່າງປະເທດ ຍ້ອນມີລາຍຮັບດີກວ່າ ເຮັດໃຫ້ມີການຢຸດຕິການຜະລິດກະສິກໍາຢູ່ຫຼາຍແຫ່ງ ຍ້ອນບໍ່ມີແຮງງານ ແລະ ການອ່ອນຄ່າຂອງເງິນກີບ ທີ່ເຮັດໃຫ້ລາຄາສິນຄ້ານໍາເຂົ້າມີມູນຄ່າເພີ່ມຂຶ້ນ.

May be an image of 5 people and collard greens
ທ່ານ ອຸເດດ ສຸວັນນະວົງ ຍັງກ່າວວ່າ: ສະພາບເງິນເຟີ້ ແລະ ການຂາດແຄນແຮງງານຍັງໄດ້ກະທົບເຖິງການຂະຫຍາຍການລົງທຶນໃນຂະແໜງອຸດສາຫະກໍາປຸງແຕ່ງ ແລະ ການບໍລິການ.
ທ່ານ ນາງ ດາລຸນີ ພູມມະສັກ ໜຶ່ງໃນຜູ້ປະກອບການທີ່ມີຫຼາຍທຸລະກິດໃນລາວໄດ້ໃຫ້ທັດສະນະວ່າ: ໃນປັດຈຸບັນປະເທດລາວເຮົາໄດ້ຮັບຜົນກະທົບຈາກເສດຖະກິດຖົດຖອຍ, ອັດຕາເງິນເຟີ້ສູງຂຶ້ນ ເຮັດໃຫ້ແຮງງານທີ່ມີສີມືຈາກບາງປະເທດກັບຄືນສູ່ລໍາເນົາ ແລະ ແຮງງານລາວກໍພາກັນໄປຫາງານຢູ່ຕ່າງປະເທດຈໍານວນຫຼາຍ.

No photo description available.