ແລງນີ້ລຸ້ນຕໍ່! ທີມຊາດລາວ ຮັບມຶ ມາເລເຊຍ ນັດທີ 2 ບານເຕະຊາຍ ໃນຊີເກມ 2023

1745

ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 22 ປີກຽມລົງແຂ່ງຂັນພົບກັບ ມາເລເຊຍ ໃນນັດທີ 2 ການແຂ່ງຂັນບານເຕະປະຈໍາງານມະຫະກໍາກີລາ ຊີເກມ ຄັ້ງທີ 32 ທີ່ປະເທດກໍາປູເຈຍ ໃນແລງມືນີ້ວັນທີ 3 ພຶດສະພາ 2023 ທີ່ສະໜາມ Prince Stadium ນະຄອນຫຼວງພະນົມເປັນ ປະເທດກໍາປູເຈຍ.

ກ່ອນໜ້ານີ້ ທີມຊາດລາວ ລົງສະໜາມນັດທໍາອິດເສຍໃຫ້ກັບ ຫວຽດນາມ 0-2 ໃນນັດທໍາອິດເມື່ອທ້າຍອາທິດທີ່ຜ່ານມາ ເຖິງຈະເສຍແຕ່ແຟນບານຊາວລາວ ກໍພໍໃຈກັບຜົນງານນັດດັ່ງກ່າວ ເນື່ອງຈາກຫຼິ້ນໄດ້ດີ ແລະ ມີໂອກາດໄດ້ປະຕູຫຼາຍຄັ້ງ ແຕ່ຍັງບໍ່ດີພໍ ຈົນເຮັດໃຫ້ ແຊັມເກົ່າ ຫວຽດນາມ ພົບງານໜັກນັດດັ່ງກ່າວ, ສ່ວນ 3 ນັກເຕະເຊື້ອສາຍລາວ ກໍສາມາດຫຼິ້ນເຂົ້າກັບເພື່ອນຮ່ວມທີມຊາດລາວ ໄດ້ເປັນຢ່າງດີ ແລະ ຊ່ວຍທີມໄດ້ຫຼາຍ ເຮັດໃຫ້ ທີມຊາດລາວ ມີຄວາມໝັ້ນໃຈກ່ອນລົງແຂ່ງ 3 ນັດທີ່ເຫຼືອ.

ການແຂ່ງຂັນບານເຕະຊາຍ ໃນງານມະຫະກຳກິລາຊີເກມຄັ້ງທີ 32 ທີມຊາດລາວ ຖືກຈັດຢູ່ ກຸ່ມ B ປະກອບມີ: ຫວຽດນາມ, ໄທ, ມາເລເຊຍ, ສິງກະໂປ ແລະ ສປປ ລາວ, ເຊິ່ງທຸກໆນັດຂອງກຸ່ມ ບີ ແມ່ນແຂ່ງຂັນຢູ່ທີ່ສະໜາມກີລາ Prince Stadium ໂດຍຕາຕະລາງແຂ່ງຂັນຂອງ ທີມຊາດລາວ ນັດຕໍ່ໄປມີດັ່ງນີ້:
– ວັນທີ 03/05/2023 ເວລາ 19:00 ໂມງ ມາເລເຊຍ ພົບ ລາວ
– ວັນທີ 06/05/2023 ເວລາ 19:00 ໂມງ ລາວ ພົບ ສິງກະໂປ
– ວັນທີ 08/05/2023 ເວລາ 16:00 ໂມງ ລາວ ພົບ ໄທ
ຂ່າວ: Larh Creators; ຮູບຈາກ: ສຕລ
ສະຖິຕິການພົບກັນ