ຫວ້ານດອກທອງ ປູກເສີມບາລະມີ ທັງເປັນຕົ້ນໄມ້ປະດັບ

41

ຫວ້ານດອກທອງ ເປັນ ຫວ້ານທີ່ຫຼາຍຄົນຊອກຫາ ເພື່ອໄປປະສົມກັບຜົງວິເສດປະກອບເຂົ້າໃນການເຮັດວັດຖຸມົງຄຸນຕ່າງໆ ບາງຄົນກໍເຊື່ອວ່າເອົາຕົ້ນໄປປູກໄວ້ຮ້ານຄ້າຂາຍ ເພື່ອເອີ້ນລູກຄ້າເຂົ້າຮ້ານ ເພື່ອດຶງດູດເພດກົງກັນຂ້າມໃຫ້ມາຮັກມາແພງ, ເສີມບາລະມີ ຫຼື ບາງຄົນເອີ້ນອີກຊື່ວ່າ: ຫວ້ານມະຫາສະເໜ່ ແຕ່ປັດຈຸບັນຫວ້ານດັ່ງກ່າວໄດ້ກາຍເປັນຕົ້ນໄມ້ປູກ ເພື່ອປະດັບປະດາ ແລະ ຫວ້ານແຕ່ລະຊະນິດກໍຈະມີໂຕຜູ້ ແລະ ໂຕແມ່.


▶ລັກສະນະຂອງຫວ້ານ: ເປັນພືດລົ້ມລຸກ ຈະມີຫົວຄ້າຍຄືຂີງ ຕົ້ນຄືກັບຕົ້ນຂີ້ໝິ້ນ, ເປັນໃບລ້ຽງດ່ຽວ, ມີດອກສີຂາວ ມີເກສອນທາງກາງເປັນສີເຫຼືອງ ຄ້າຍຄືດອກກະຈຽວ, ມີກິ່ນຫອມເຢັນ ເວລາອອກດອກກິ່ນຂອງໂຕແມ່ຈະມີກິ່ນຫອມກວ່າຫວ້ານໂຕຜູ້ ແລະ ຈະອອກດອກລະຫວ່າງລະດູຮ້ອນຕໍ່ໃສ່ຕົ້ນລະດູຝົນຂອງທຸກໆປີ.

▶ ວິທີປູກ: ສາມາດປູກໃສ່ຄຸ, ຖັງ ຫຼື ດິນໄດ້ເລີຍ ເຊິ່ງຖ້າປູກໃສ່ຖັງໃຫ້ເອົາດິນຮ່ວນປະສົມກັບຝຸ່ນຄອກ ຫຼື ແກບດຳປະສົມກັບແກບຂາວ ຈາກນັ້ນຄົນດິນໃຫ້ເຂົ້າກັນແລ້ວຫົດນໍ້າໃຫ້ຊຸ່ມ ແລ້ວໃຊ້ຊວ້ານນ້ອຍຂຸດເປັນຂຸມ ເພື່ອນຳຫົວຫວ້ານລົງໄປປູກ ພ້ອມເອົາດິນປົກເທິງໃຫ້ຫວ້ານມີ ຄວາມເລິກປະມານ 1 ຂໍ້ມື ຈາກນັ້ນກໍຫົດນໍ້າເຊົ້າ – ແລງ.
[ ຂໍ້ມູນ: saimherbal]