ສປຊ ສົ່ງທູດພິເສດໄປຊູດານ ຫວັງຫາຊ່ອງທາງຊ່ວຍເຫຼືອດ້ານມະນຸດສະທຳ

16

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ແຫ່ງສະຫະປະຊາຊາດ ( ສປຊ ) ໄດ້ສົ່ງ ທ່ານ ມາຕິນ ກຣີຟຟິທ ຜູ້ປະສານງານບັນເທົາສາທາລະນະໄພສຸກເສີນຂອງ ສປຊ ເຂົ້າໄປໃນຊູດານ ເພື່ອສຳຫຼວດສະຖານະການດ້ານມະນຸດສະທຳໃນຊູດານ. ຂະນະທີ່ການສູ້ຮົບຍັງເກີດຂຶ້ນຢ່າງຕໍ່ເນື່ອງ ເຖິງວ່າສອງຝ່າຍຈະຂະຫຍາຍເວລາຢຸດຍິງອອກໄປອີກ 72 ຊົ່ວໂມງກໍຕາມ.

อาจเป็นรูปภาพของ 1 คน

ທ່ານ ມາຕິນ ກຣີຟຟິທ ລະບຸໃນຖະແຫຼງການວ່າ: ສະຖານະການດ້ານມະນຸດສະທຳໃນຊູດານ ກຳລັງເຖິງຈຸດແຕກຫັກ ເຊິ່ງຕົນກຳລັງມຸ່ງໜ້າສູ່ຊູດານ ເພື່ອສຳຫຼວດວ່າ ຈະນຳເອົາຄວາມຊ່ວຍເຫຼືອໄປສູ່ປະຊາຊົນຊູດານ ຫຼາຍລ້ານຄົນ ທີ່ກຳລັງເດືອດຮ້ອນ ແລະ ຕ້ອງການຄວາມຊ່ວຍເຫຼືອໃນຂະນະນີ້.

อาจเป็นรูปภาพของ 7 คน

ມີລາຍງານວ່າ: ກອງທັບຊູດານ ແລະ ກອງກຳລັງ RSF ຍັງຍິງຕໍ່ສູ້ກັນຢ່າງຕໍ່ເນື່ອງ ເຖິງແມ່ນວ່າທັງສອງຝ່າຍ ໄດ້ບັນລຸຂໍ້ຕົກລົງຂະຫຍາຍເວລາຢຸດຍິງອອກໄປອີກ 72 ຊົ່ວໂມງກໍຕາມ, ທ່າມກາງຄວາມພະຍາຍາມຂອງຫຼາຍປະເທດທີ່ຫາວິທີທາງອົບພະຍົບພົນລະເມືອງຂອງຕົນອອກຈາກຊູດານ ເພື່ອຄວາມປອດໄພ.

อาจเป็นรูปภาพของ 3 คน และ เด็ก

ລາຍງານລຸບຸວ່າ: ການສູ້ຮົບລະຫວ່າງກອງທັບຊູດານ ແລະ ກອງກຳລັງ RSF ທີ່ເກີດປະທະກັນມາແຕ່ວັນທີ 15 ເມສາຜ່ານມາ ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 500 ກວ່າຄົນ, ປະຊາຊົນຫຼາຍແສນຄົນຕ້ອງໜີອອກຈາກບ້ານເຮືອນຕົນເອງໄປຢູ່ບ່ອນທີ່ຄາດວ່າຈະປອດໄພ ແລະ ອີກຫຼາຍໝື່ນຄົນໜີອອກໄປຕ່າງປະເທດ.