ສະຫະລັດ ສະເໜີສະພາເພີ່ມເພດານໜີ້ ຫາກບໍ່ດັ່ງນັ້ນສ່ຽງຜິດຊຳລະໜີ້

113

ສຳນັກຂ່າວ ເອເອັຟພີ ລາຍງານວ່າ: ທ່ານ ນາງ ເຈເນັດ ເຢລເລັນ ລັດຖະມົນຕີກະຊວງການເງິນ ສະຫະລັດອາເມຣິກາ ໄດ້ສົ່ງໃບສະເໜີເຖິງປະທານສະພາສະຫະລັດ ອາເມຣິກາໂດຍມີເນື້ອຫາສຳຄັນວ່າ: ຜົນການວິເຄາະເອກະສານດ້ານພາສີຂອງໜ່ວຍງານທີ່ກ່ຽວຂ້ອງ ພົບວ່າ: ລັດຖະບານສະຫະລັດອາເມຣິກາ ອາດຈະບໍ່ສາມາດດຳເນີນຕາມເງື່ອນໄຂທັງໝົດໄດ້ພາຍໃນວັນທີ 1 ມິຖຸນາຈະເຖິງນີ້

อาจเป็นรูปภาพของ 1 คน, เงิน และ ข้อความ

ຫາກລັດຖະສະພາສະຫະລັດບໍ່ເພີ່ມເພດານໜີ້ສາທາລະນະຮອບໃໝ່. ໃນຂະນະທີ່ຝ່າຍຄ້ານໄດ້ອອກມາວິພາກວິຈານເຖິງການບໍລິຫານຂອງລັດຖະບານວ່າ ເກີດຄວາມຜິດພາດຢ່າງຮ້າຍແຮງ ແລະ ສຸ່ມສ່ຽງທີ່ຈະນຳພາສະຫະລັດ ປະເຊີນກັບການຜິດຊຳລະໜີ້ ເປັນຄັ້ງທຳອິດໃນປະຫວັດສາດຂອງປະເທດ, ພ້ອມທັງຮຽກຮ້ອງໃຫ້ລັດຖະບານ “ ຍອມຮັບ ” ການປັບຫຼຸດງົບປະມານລາຍຈ່າຍຫຼາຍພາກສ່ວນ.

อาจเป็นรูปภาพของ เงิน และ ข้อความ

ທັງນີ້, ໃນໄລຍະຜ່ານມາ ສະພາຄອງເກຣສຂອງສະຫະລັດ ໄດ້ອະນຸມັດເພີ່ມເພດານໜີ້ໃຫ້ແກ່ລັດຖະບານ 1,5 ລ້ານລ້ານໂດລາ ເງື່ອນໄຂຫຼຸດລາຍຈ່າຍໃນຫຼາຍພາກສ່ວນ ລວມທັງບາງໂຄງການ ແຕ່ຝ່າຍລັດຖະບານບໍ່ຍອມຮັບ.

ປັດຈຸບັນໜີ້ສາທາລະນະຂອງສະຫະລັດຢູ່ທີ່ປະມານ 31,4 ລ້ານລ້ານໂດລາ ຕາມສະຖິຕິເມື່ອເດືອນມັງກອນ 2023 ຜ່ານມາ ໂດຍມີການປະເມີນວ່າ: ເວລາທີ່ລັດຖະບານຜິດຊຳລະໜີ້ອາດຈະເກີດຂຶ້ນ ຫຼັງຈາກທີ່ການເກັບລາຍຮັບປະຈຳເດືອນເມສາ 2023 ບໍ່ໄດ້ຕາມເປົ້າໝາຍ.