ການສົ່ງອອກ ຊິບ ຂອງ ສ.ເກົາຫຼີ ຫຼຸດລົງ

31

ສຳນັກຂ່າວຕ່າງປະເທດລາຍງານວ່າ: ກະຊວງການຄ້າອຸດສາຫະກຳ ແລະ ພະລັງງານ ສາທາລະນະລັດເກົາຫຼີ ເປີດເຜີຍຍອດສົ່ງອອກເຊມີຄອນດັກເຕີ ( ຊິບ ) ໃນເດືອນເມສາ 2023 ຂອງ ສ.ເກົາຫຼີ ຫຼຸດລົງ ເປັນເດືອນທີ 7 ຕິດຕໍ່ກັນແລ້ວ, ເນື່ອງຈາກ ຄວາມຕ້ອງການຊິບທົ່ວໂລກຫຼຸດລົງ ທ່າມກາງສະພາວະເສດຖະກິດໂລກສະລໍຕົວ.

อาจเป็นรูปภาพของ ข้อความ

ລາຍງານລະບຸວ່າ: ຍອດສົ່ງອອກໃນເດືອນເມສາ 2023 ຂອງ ສ.ເກົາຫຼີ ຫຼຸດລົງ 14,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງຫຼຸດລົງຫຼາຍກວ່ານັກວິເຄາະຄາດການໄວ້ ທີ່ຄາດວ່າຈະຫຼຸດລົງ 13,5%, ຫຼັງຈາກທີ່ປັບຕົວຫຼຸດລົງໃນເດືອນມີນາ 13,6% ໂດຍມີສາເຫດຫຼັກມາຈາກການສົ່ງອອກຊິບ ເຊິ່ງເປັນສິນຄ້າສົ່ງອອກສຳຄັນຂອງປະເທດຫຼຸດລົງ 41%.

ไม่มีคำอธิบายรูปภาพ

ສ່ວນຍອດນຳເຂົ້າໃນເດືອນເມສາ 2023 ກໍຫຼຸດລົງ 13,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຫຼັງຈາກທີ່ປັບຕົວຫຼຸດລົງ 6,4% ໃນເດືອນມີນາ, ເນື່ອງຈາກ ສ.ເກົາຫຼີ ນຳເຂົ້າພະລັງງານຫຼຸດລົງ 25,8% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ເຮັດໃຫ້ ສ.ເກົາຫຼີ ຂາດດຸນການຄ້າ 2,6 ພັນລ້ານໂດລາ ໃນເດືອນເມສາ 2023.